ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານໄອຍະການ ທົ່ວກອງທັບ ຄັ້ງທີ V

     ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານໄອຍະການທະຫານທົ່ວກອງທັບ ຄັ້ງທີ V ໄດ້ອັດລົງດ້ວຍ
ຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍວັນທີ 27 ກັນຍານີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພົນ
ໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ຄຳສານ ສຸວົງ ກຳ
ມະການສູນກາງພັກ, ຫົວໜ້າໄອຍະການປະຊາຊົນສູງສຸດ, ມີຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ
ເທດ ແລະ ບັນດາຫົວໜ່ວຍກົມກອງທີ່ເຮັດວຽກງານໄອຍະການທະຫານໃນທົ່ວກອງທັບເຂົ້າຮ່ວມ.


ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານໄອຍະການທົ່ວກອງທັບ ຄັ້ງທີ V

     ໃນໄລຍະດຳເນີນກອງປະຊຸມ ຜູ້ແທນທີ່ເຂົ້າຮ່ວມໄດ້ເຊີດຊູຍົກສູງຄວາມຮັບຜິດຊອບຂອງຕົນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳ
ເຫັນຢ່າງກົງໄປກົງມາທີ່ປິ່ນອ້ອມບົດສະຫຼຸບວຽກງານໄອຍະການທະຫານທົ່ວກອງທັບໄລຍະ 5 ປີຜ່ານມາ ແລະ ທິດທາງໜ້າທີ່ວຽກງານໃນຊຸມປີຕໍ່ໜ້າດ້ວຍ
ການຍົກເອົາພຶດຕິກໍາຕົວຈິງໃນການເຄື່ອນໄຫວວຽກງານດັ່ງກ່າວຢູ່ບັນດາອົງການກົມກອງທ້ອງຖິ່ນຂອງຕົນມາຢັ້ງຢືນໄຈ້ແຍກໄດ້ເຫັນດ້ານດີ-ດ້ານອ່ອນຄົງ
ຄ້າງໃນການຊີ້ນຳ-ນຳພາວຽກງານປົກປ້ອງກົດໝາຍ ແລະ ການແກ້ໄຂປາກົດການຫຍໍ້ ທໍ້ຕ່າງໆຢູ່ກົມກອງຂອງຕົນ, ຕໍ່ຜົນສຳເລັດດັ່ງກ່າວນັ້ນເຫັນວ່າອົງການ
ໄອຍະການທະຫານໃນທົ່ວກອງທັບພວມຢູ່ໃນທ່າກ້າວຂຶ້ນໃນທຸກດ້ານ, ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ
ແບບແຜນວິທີນຳພາ-ບັນຊາ ວິທີເຮັດວຽກມີຄວາມສາມັກຄີເປັນເອກະພາບພາຍໃນ, ມີຄວາມໂປ່ງໃສ ແລະ ຍຸຕິທຳໃນການປະຕິບັດໜ້າທີ່ວິຊາສະເພາະ
ແລະ ເປັນສິ່ງຢັ້ງຢືນເຖິງຄວາມຮັບຜິດຊອບການເມືອງ, ຄວາມຕັດສິນໃຈສູງ, ຄວາມສູ້ຊົນພະຍາຍາມຂອງບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະ
ນັກງານໄອຍະການແຕ່ລະສະຫາຍ ເຊິ່ງໄດ້ພ້ອມກັນສູ້ຊົນເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ໂອກາດນີ້ຍັງໄດ້ທົບທວນຫວນຄືນມູນເຊື້ອວັນສ້າງຕັ້ງອົງ
ການໄອຍະການທະຫານ ຄົບຮອບ 24 ປີ ( 28/9/1993-28/9/2017 ) ດ້ວຍເນື້ອ ໃນເລິກເຊິ່ງ.

     ເພື່ອພ້ອມກັນສູ້ຊົນເຮັດໃຫ້ວຽກງານໄອຍະການທະຫານມີການຫັນປ່ຽນດ້ວຍບາດກ້າວທີ່ໜັກແໜ້ນນັ້ນ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ມີຄຳ
ເຫັນເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ອົງການໄອຍະການທະຫານແຕ່ລະຂັ້ນ ພ້ອມດ້ວຍຖັນແຖວພະນັກງານທີ່ເຮັດວຽກງານໄອຍະການທະຫານຕ້ອງ
ມີຄວາມເຂົ້າໃຈ ຢ່າງຖືກຕ້ອງເປັນເອກະພາບກັນຢ່າງເລິກເຊິ່ງກ່ຽວກັບວຽກງານກົດໝາຍໃນໄລຍະໃໝ່ ເປັນເຈົ້າການເຜີຍແຜ່ສຶກສາອົບຮົມ ປຸກລະດົມພະ
ນັກງານສະມາຊິກພັກ-ນັກຮົບ ໃຫ້ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງລະບົບກົງຈັກການຈັດຕັ້ງ ແລະ ບຸຄະລາກອນ,
ລະບອບແບບແຜນ, ວິທີເຮັດວຽກຂອງວຽກງານໄອຍະການທະຫານແຕ່ລະຂັ້ນໃຫ້ຮັດກຸມ ແລະ ສ້າງເງື່ອນໄຂອັນຈຳເປັນໃຫ້ແກ່ອົງການໄອຍະການທະຫານ
ໃນທົ່ວກອງທັບໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງຖືກຕ້ອງ, ພາວະວິໄສ ແລະ ເປັນເຈົ້າການປັບປຸງຕົນເອງ, ບືນຕົວຍົກລະດັບ
ຄວາມຮູ້ຄວາມສາມາດ, ກ້າປະດິດສ້າງ ແລະ ເຄື່ອນໄຫວ ໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທຳ ເດັດຂາດສະກັດກັ້ນ
ການສວຍໃຊ້ສິດ ແລະ ໜ້າທີ່ຕົນຮັບຜິດຊອບ ເພື່ອຜົນປະໂຫຍດສ່ວນຕົວ ແລະ ພັກພວກອັນຈະສ້າງຄວາມເສຍຫາຍຕໍ່ບົດບາດການນຳພາຂອງພັກ, ຕໍ່
ກອງທັບກໍຄື ອົງການຍຸຕິທຳໃນກອງທັບ.