ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຕ່ງຕັ້ງຄະນະຮັບຜິດຊອບວຽກງານກໍ່ສ້າງ
ຮາກຖານການເມືອງພັດທະນາຢູ່ 3 ຈຸດສຸມແຂວງໄຊສົມບູນ

     ວັນທີ 22 ກັນຍາ 2016 ນີ້, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະຮັບຜິດຊອບກໍ່ສ້າງຮາກຖານການເມືອງພັດທະນາ
ຢູ່ 3 ຈຸດສຸມແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່
ເສນາທິການກອງທັບ, ມີຄະນະຮັບຜິດຊອບ ທັງກຳລັງຫລວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ.

                                 
                                                                  ພົນຕີ ສຸວອນ ເລືອງບຸນມີ ເປັນປະທານແຕ່ງຕັ້ງຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາ

     ພັນເອກ ບົວໄລ ພົມມະວົງ ຫົວຫນ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການແຕ່ງຕັ້ງຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາ 3 ຈຸດສຸມຢູ່ແຂວງໄຊສົມບູນ ອີງໃສ່ຄຳສັ່ງແນະນຳເລກທີ 03/ກມສພ ວ່າ
ດ້ວຍການສ້າງບ້ານເປັນຫົວຫນ່ວຍພັດທະນາ ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ແລະສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ຕິດພັນ
ກັບວຽກງານ ປກຊ-ປກສ ໃຫ້ຫນັກແຫນ້ນເຂັ້ມແຂງຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເຮັດໃຫ້ແຜນການໄດ້ຮັບການຈັດຕັ້ງປະຕິບັດ
ໃຫ້ຖືກຕ້ອງ ມີປະສິດທິພາບ ແລະຄຸນະພາບ ຕາມຄາດຫມາຍທີ່ວາງໄວ້ ໂດຍການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນຂັ້ນແຂວງ-ເມືອງ-ບ້ານ
ໃຫ້ມີສ່ວນຮ່ວມພົວພັນເຮັດວຽກງານດ້ວຍຄວາມຮັບຜິດຊອບ, ລົງກວດກາຕິດຕາມຊີ້ນຳບັນດາກຸ່ມບ້ານໃຫ້ແທດເຖິງໃນການເຮັດວຽກງານ ປກຊ-ປກສ
ໃຫ້ເຂັ້ມແຂງ.

     ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນຫລາຍບັນຫາສຳຄັນ
ເປັນຕົ້ນແມ່ນວຽກງານກໍ່ສ້າງຮາກຖານການເມືອງໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງດ້ານການສຶກສາອົບຮົມ, ດ້ານການເມືອງ-ແນວຄິດ, ສົມທົບກັບ
ພາກສ່ວນກ່ຽວຂ້ອງ ປັບປຸງກົງຈັກການຈັດຕັ້ງຮາກຖານອົບຮົມ-ຫັດແອບກຳລັງປ້ອງກັນຕົວເຄື່ອນໄຫວ ເຮັດໜ້າທີ່ ປກຊ-ປກສ ໃຫ້ມີຄວາມຮັດກຸມ
ເປັນເສົາຫລັກໃຫ້ແກ່ການປົກປັກຮັກສາຄວາມສະຫງົບສຸກຂອງທ້ອງຖິ່ນ ແລະບ້ານຊ່ອງຂອງຕົນ ນອກນັ້ນຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບທີ່ໄດ້
ຮັບການແຕ່ງຕັ້ງ ຕ້ອງມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດ ລວມສູນປະຊາທິປະໄຕ ແບ່ງໃຫ້ບຸກຄົນຮັບຜິດຊອບໃຫ້ມີລະບຽບວິໄນເຂັ້ມງວດຕິດ
ພັນກັບການຮັກສາມູນເຊື້ອລະຫວ່າງກອງທັບກັບປະຊາຊົນໃຫ້ແໜ້ນແຟ້ນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012