ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 ຄະນະຜູ້ແທນວຽກງານການເມືອງກອງທັບ ແຫ່ງ ສປ ຈີນ ຢ້ຽມຢາມລາວຢ່າງເປັນທາງການ

     ຄະນະຜູ້ແທນວຽກງານການເມືອງ ສປ ຈີນ ນຳໂດຍສະຫາຍ ພົນຕີ ຢິນຫົງເວີນ ຫົວໜ້າຫ້ອງການວຽກງານການເມືອງກອງທັບ ແຫ່ງ ສປ ຈີນ ພ້ອມ
ດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມມິດຕະພາບ ແລະເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 21-25 ກັນຍານີ້, ໂດຍສະຫາຍ ພົນ
ຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງສົມກຽດ.

                                 
                                                                                                  ພົບປະສອງຝ່າຍກັບກົມໃຫຍ່ການເມືອງກອງທັບ

     ໃນການພົບປະສອງຝ່າຍ ສະຫາຍ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຈິງໃຈ ພ້ອມທັງຕີລາຄາ
ສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນດັ່ງກ່າວທີ່ໄດ້ນຳເອົານ້ຳໃຈແຫ່ງໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ອົບອຸ່ນໄມຕີ
ຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີີ, ເພື່ອນມິດທີ່ດີ ແລະຄູ່ຮ່ວມມືທີ່ດີມາສູ່ກອງທັບປະຊາຊົນລາວໃນຄັ້ງນີ້.

     ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຕາງໜ້າຄະນະນຳກົມໃຫຍ່ການເມືອງກອງທັບກໍຄືນາຍ ແລະພົນທະຫານທົ່ວກອງທັບປະຊາຊົນລາວ ຂໍສະ
ແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຫ້ອງການຄະນະວຽກງານການເມືອງກອງທັບ ແຫ່ງ ສປ ຈີນ ຢ່າງສຸດອົກສຸດໃຈ.

     ສະຫາຍ ພົນຕີ ຢິນຫົງເວິນ ໄດ້ກ່າວ: ສະແດງຄວາມຂອບໃຈຕໍ່ຄະນະນຳກົມໃຫຍ່ການເມືອງກອງທັບ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະອຳນວຍ
ຄວາມສະດວກໃຫ້ແກ່ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ອັນເປັນການເສີມສ້າງຄວາມສາມັກຄີການຮ່ວມມືຢ່າງໃກ້ຊິດຖານບ້ານໃກ້ເຮືອນຄຽງ, ເພື່ອນມິດ
ທີ່ດີ, ຄູ່ຮ່ວມມືທີ່ດີ ແລະໝູ່ຄູ່ທີ່ດີຂອງກອງທັບປົດປ່ອຍປະຊາຊົນຈີນ ຜ່ານການພົບປະຄັ້ງນີ້ຈະກ້າວໄປສູ່ການກະທຳຕົວຈິງໃນຂົງເຂດວຽກງານການເມືອງ
ກອງທັບຂອງສອງປະເທດ.


ເຂົ້າຢ້ຽມຂໍ່ານັບຫົວໜ້າກົມໃຫຍ່ການເມືອງກອງທັບ

     ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້, ຄະນະຜູ້ແທນຫ້ອງການວຽກງານການເມືອງກອງທັບ ແຫ່ງ ສປ ຈີນ ຍັງໄດ້ເຂົ້າຢ້ຽມຂໍ່າ
ນັບສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ຢ້ຽມ
ຢາມກອງສິລະປະກອນກອງທັບ, ໜັງສືພິມກອງທັບ, ວິທະຍຸ-ໂທພາບກອງທັບ, ຢ້ຽມຢາມກອງ “ກ 5” ແລະຢ້ຽມຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ
ປະຫວັດສາດ ແລະວັດທະນະທຳຢູ່ແຂວງຈຳປາສັກ ແລະນະຄອນຫຼວງວຽງຈັນຈຳນວນໜຶ່ງ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012