ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 ກອງ “ ຂ 11 ” ຈັດພິທີມອບບັດໃຫ້ສະມາຊິກພັກສົມບູນ ຊຸດທີ III

     ກອງ “ຂ 11” ຈັດພິທີມອບບັດໃຫ້ສະມາຊິກພັກສົມບູນ ຊຸດທີ III ຂຶ້ນໃນວັນທີ 22 ກັນຍາ 2016 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນ
ເອກ ບຸນສົງ ພີມມະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງ “ຂ11” ພ້ອມຄະນະ, ມີບັນດາພະນັກງານ-ສະມາຊິກພັກເຂົ້າຮ່ວມ.

                                 
                                                                               ພັນເອກ ບຸນສົງ ພີມມະວົງ ເປັນປະທານພິທີມອບບັດໃຫ້ສະມາຊິກພັກສົມບູນຊຸດທີ III ກອງ “ ຂ 11 ”

     ສະຫາຍ ພັນໂທ ສາຍທອງ ອຸ່ນລາສີ ຄະນະພັກ ຫົວໜ້າຂະແໜງຈັດຕັ້ງພັກກອງ “ຂ 11” ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກສະບັບ
ເລກທີ 074/ຄຈສພ ລົງວັນທີ 27/01/2011 ວ່າດ້ວຍການອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ; ອີງໃສ່ຄຳສະເໜີ
ຂອງຄະນະພັກກອງ “ຂ 11” ສະບັບເລກທີ 791 ລົງວັນທີ 24/03/2015 ເຊິ່ງມີຈຳນວນສະມາຊິກພັກທີ່ໄດ້ຮັບບັດໃນຄັ້ງນີ້ມີຈຳນວນ 264 ສະຫາຍ ໃຫ້
ກຽດມອບໂດຍ ສະຫາຍ ພັນເອກ ບຸນສົງ ພີມມະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງ “ຂ 11”.

     ໃນຕອນທ້າຍສະຫາຍຫົວໜ້າການເມືອງກອງ “ຂ 11” ຍັງໄດ້ໃຫ້ຄຳໂອ້ລົມຕັກເຕືອນຕໍ່ບັນດາສະມາຊິກພັກທີ່ໄດ້ຮັບບັດໃນຄັ້ງນີ້ ພ້ອມທັງໄດ້ເນັ້ນ
ບາງບັນຫາວ່າ: ບັດສະມາຊິກພັກເປັນຕົວແທນຖານະນາມຂອງຕົນ ແລະໄດ້ຮຽກຮ້ອງບັນດາສະມາຊິກພັກທີ່ໄດ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄຸນຄ່າກໍຄືພາ
ລະໜ້າທີ່ຂອງຕົນ ເພື່ອບັນລຸເປົ້າໝາຍທີ່ພັກກໍຄືກົມກອງວາງໄວ້.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012