ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນວຽກງານການເມືອງກອງທັບປົດປ່ອຍປະຊາຊົນຈີນ ຢ້ຽມຢາມ “ ກ 5 ”

     ໃນວັນທີ 23 ກັນຍາ 2016 ນີ້, ຄະນະຜູ້ແທນວຽກງານການເມືອງຈາກກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍ ສະຫາຍ ພົນຕີ ຢີນຫົງເຫວິນ ຫົວ
ໜ້າຫ້ອງການວຽກງານການເມືອງກອງທັບປົດປ່ອຍປະຊາຊົນຈີນ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ກອງ “ກ 5” ໂດຍການຕ້ອນຮັບ
ຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າການທະຫານກອງ “ກ 5” ພ້ອມຄະນະ.

                                 
                                                                     ພັນເອກ ບຸນທັນ ມາບຸດສະດີ ຕ້ອນຮັບຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ຢ້ຽມຢາມ “ ກ 5 ”

     ໃນການມາຢ້ຽມຢາມຂອງຄະນະຜູ້ແທນວຽກງານການເມືອງກອງທັບປົດປ່ອຍປະຊາຊົນຈີນຄັ້ງນີ້ ທັງສອງຝ່າຍແມ່ນໄດ້ລາຍສະພາບການໂດຍສັງ
ເຂບເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງພາລະບົດບາດການຊີ້ນຳໆພາຂອງກົມກອງໃນການພັດທະນາເສດຖະກິດສັງຄົມ ແລະຜົນງານການຮ່ວມມືໃນຂົງເຂດວຽກງານ
ຕ່າງໆ ການເພີ່ມທະວີຍົກລະດັບແລກປ່ຽນບົດຮຽນທາງດ້ານການເມືອງ ທັງໝົດເຫຼົ່ານີ້ກໍເພື່ອເປັນການເສີມຂະຫຍາຍການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ
ກັນ ກາຍເປັນການຮ່ວມມືຍຸດທະສາດທີ່ມີຜົນປະໂຫຍດຮ່ວມກັນຢ່າງກ້ວາງຂວາງ ເຊິ່ງພັກ ແລະລັດທັງສອງໄດ້ຖືເປັນສຳຄັນຕໍ່ການເພີ່ມພູນຄູນສ້າງໄມຕີ
ຈິດມິດຕະພາບ ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມເວົ້າສະເພາະກໍຄືກອງ “ກ 5” ກອງທັບປະຊາຊົນລາວ ກັບຫ້ອງການວຽກງານການເມືອງ
ກອງທັບປົດປ່ອຍປະຊາຊົນຈີນໃຫ້ໝັ້ນຄົງ ແລະຍືນຍາວຕະຫຼອດໄປ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012