ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ
ເປີດຊຸດອົບຮົມກໍ່ສ້າງນາຍສິບຊຸດທີ II ສົກປີ 2016-2017

     ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ໄດ້ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຮາບປະຈຳປີ 2016-2017 ຂຶ້ນ ໃນວັນທີ 23 ກັນຍາ
2016 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພຽງ ຢາຈົງວາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງອຸດົມໄຊ, ມີ ທ່ານ ພົນຈັດຕະວາ ຈັນທະວອນ
ໄຊຍະຜົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ພະແນກການທີ່ກ່ຽວ ຂ້ອງ ແລະນັກຮຽນ
ເຂົ້າຮ່ວມ 120 ສະຫາຍ.

                                 
                                     ທ່ານ ຄຳພຽງ ຢາຈົງວາ ເປັນປະທານເປີດຊຸດອົບຮົມກໍ່ສ້າງນາຍສິບຊຸດທີ II ສົກປີ 2016-2017 ຂອງໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ

     ພັນຕີ ທອງເພັດ ສີນນະຄອນ ຫົວໜ້າການທະຫານໂຮງຮຽນທະຫານທ້ອງຖິ່ນ ໄດ້ຂຶ້ນຜ່ານໂຄງການຫຼັກ ສູດກໍ່ສ້າງນາຍສິບທະຫານຮາບລະບົບ 1 ປີ
ປະຈຳສົກຮຽນ 2016-2017 ຊຸດທີ່ II ເຊິ່ງລວມມີ 3 ໝວດວິຊາຮຽນຄື: ໝວດຄວາມຮູ້ທົ່ວໄປມີ 2 ວິຊາຮຽນ, ໝວດຄວາມຮູ້ພື້ນຖານວິຊາສະເພາະ
ມີ 5 ວິຊາ, ໝວດຄວາມຮູ້ວິຊາສະເພາະມີ 4 ວິຊາ ໃຊ້ເວລາຮຽນທັງໝົດ 189 ວັນ.

     ໂອກາດນີ້ ທ່ານ ຄຳພຽງ ຢາຈົງວາ ກໍໄດ້ໂອ້ລົມຕໍ່ພິທີໂດຍຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງໂຮງຮຽນຕະຫຼອດຮອດພະນັກງານ, ຄູ
ອາຈານ ຍົກສູງຄວາຮັບຜິດຊອບໃນການສິດສອນ ແລະສົ່ງຄວາມຮູ້ໃຫ້ນັກຮຽນ ໂດຍຖືເອົາຄຸນະພາບເປັນກົກ, ພ້ອມທັງເນັ້ນໜັກໃຫ້ນັກຮຽນແຕ່ລະສະ
ຫາຍຕັ້ງໃຈຮຳ່ຮຽນ ແລະປະຕິບັດລະບຽບວິໄນຂອງກອງທັບກໍຄືຂອງໂຮງຮຽນໃຫ້ເຂັ້ມງວດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012