ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຈັດຕະວາ ວັນທອງ ກອງມະນີ
ຕ້ອນຮັບຄະນະຜູ້ແທນນາຍທະຫານໜຸ່ມ ສສ ຫວຽດນາມ

     ໃນຕອນບ່າຍຂອງວັນທີ 26 ກັນຍາ 2016 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງ, ຮອງຫົວຫນ້າກົມໃຫຍ່ການເມືອງ
ກອງທັບ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງຄະນະຜູ້ແທນນາຍທະຫານຫນຸ່ມກອງທັບ
ປະຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພັນໂທ ດິ່ງ ກວກຮຸ່ງ ຫົວຫນ້າຄະນະຊາວຫນຸ່ມກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໃນໂອກາດທີ່
ເດີນທາງມາຢ້ຽມຢາມ ແລະເຮັດວຽກຮ່ວມກັບຊາວຫນຸ່ມກອງທັບປະຊາຊົນລາວ.

                                 
                                                                                   

     ໃນໂອກາດນີ້ສະຫາຍຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະຈິງໃຈ ແລະຕີລາຄາວ່າ: ການເດີນທາງ
ມາຢ້ຽມຢາມຂອງຄະນະຜູ້ແທນນາຍທະຫານຫນຸ່ມຂອງກອງທັບປະຊາຊົນຫວຽດນາມໃນຄັ້ງນີ້ ມັນເປັນການເສີມສ້າງສາຍພົວພັນ ແລະການຮ່ວມມືຮອບ
ດ້ານແບບພິເສດຂອງສອງກອງທັບລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ, ທັງເປັນການສືບຕໍ່ການຮ່ວມມືທີ່ດີ
ໃນຂົງເຂດວຽກງານຂອງນາຍທະຫານຫນຸ່ມ ທີ່ຖືໄດ້ວ່າເປັນຄັ້ງປະຫວັດສາດໃນການພົວພັນຮ່ວມມື ແລະໂອກາດນີ້ສະຫາຍຮອງຫົວຫນ້າກົມໃຫຍ່ການ
ເມືອງກອງທັບ ກໍໄດ້ອວຍພອນໃຫ້ຄະນະຜູ້ແທນນາຍທະຫານຫນຸ່ມກອງທັບປະຊາຊົນຫວຽດນາມຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

     ການມາຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນນາຍທະຫານຫນຸ່ມຂອງກອງທັບປະຊາຊົນຫວຽດນາມຄັ້ງນີ້ ກໍໄດ້ມີການພົບປະສອງຝ່າຍກັບນາຍ
ທະຫານຫນຸ່ມກອງທັບປະຊາຊົນລາວ ເພື່ອເປັນການປຶກສາຫາລືກັນກ່ຽວກັບການຮ່ວມມືຮອບດ້ານລະຫວ່າງນາຍທະຫານຫນຸ່ມຂອງສອງກອງທັບລາວ
ຫວຽດນາມ.

     ໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ປະເທດເຮົາ ຄະນະຜູ້ແທນນາຍທະຫານຫນຸ່ມກອງທັບປະຊາຊົນຫວຽດນາມ ຍັງໄດ້ໄປທ່ຽວຊົມຫໍພິພິທະພັນ
ປະທານ ໄກສອນ ພົມວິຫານ, ໄປຢ້ຽມຢາມວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄປຢ້ຽມຢາມກອງ “ຂ 11” ອານຸສອນປະທານ ສຸຸພານຸວົງ,
ຫໍພິພິທະພັນກອງທັບ, ກອງບັນຊາການທະຫານແຂວງຄຳມ່ວນ ແລະ ສະຖານທີ່ທາງປະຫວັດສາດ, ວັດທະນະທຳຂອງລາວເຮົາອີກຈຳ ນວນຫນຶ່ງ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012