ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນລາວ
 ສຳເລັດການຢ້ຽມຢາມຣາຊະອານາຈັກກຳປູເຈຍ

     ໃນວັນທີ 22 ກັນຍາ 2016 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ, ນຳໂດຍ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະ
ມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມມິດຕະພາບຢູ່ຣາຊະອານາຈັກກຳປູເຈຍຢ່າງເປັນທາງການເປັນ
ເວລາ 4 ວັນ.

                                 
                                                            ພົນໂທ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມມິດຕະພາບຢູ່ຣາຊະອານາຈັກກຳປູເຈຍ

     ພິທີຕ້ອນຮັບຄະນະຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ(ນະຄອນຫຼວງ ພະນົມເປັນ) ໂດຍໃຫ້ການ
ຕ້ອນຮັບຂອງ ທ່ານ ພົນເອກ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ ພາຍຫຼັງສຳເລັດພິທີ
ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງ ທັງສອງຝ່າຍກໍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ. ບົນພື້ນຖານສືບຕໍ່ເພີ່ມທະວີສາຍພົວພັນມິດ
ຕະພາບຄວາມສາມັກຄີ ແລະການຮ່ວມມືລະຫວ່າງສອງຊາດສອງກອງທັບລາວ-ກຳປູເຈຍ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ມີບາດກ້າວຂະຫຍາຍ
ຕົວຂຶ້ນເລື້ອຍໆ.

     ໃນຕອນເຊົ້າຂອງວັນທີ 23 ກັນຍາ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ກໍໄດ້ໄປວາງພວງມາລາຢູ່ທີ່ອານຸສາວະລີເອກະລາດ (ນະ
ຄອນຫຼວງພະນົມເປັນ), ຈາກນັ້ນກໍໄປຢ້ຽມຢາມກອງພົນນ້ອຍຕີພິ ເສດ 911 ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພົນໂທ ຈາບເພ້ຍ ກະເດີຍ ຮອງຫົວໜ້າ
ເສນາທິການ ຮ່ວມຜູ້ບັນຊາການກອງພົນນ້ອຍຕີພິເສດ 911 ພ້ອມດ້ວຍຄະນະ ແລະໄດ້ລາຍງານສະພາບການຕ່າງໆກ່ຽວກັບຄວາມເປັນມາຂອງກົມກອງ
ໃຫ້ຄະນະຜູ້ແທນການທະຫານຂັ້ນສູງຂອງກອງທັບປະຊາຊົນລາວຮັບຊາບ ແລະຊົມການສະແດງຊິງຕົວປະກັນ ແລະມວຍປ້ອງກັນຕົວຈຳນວນໜຶ່ງ.

     ຕໍ່ມາໃນວັນທີ 24-25 ກັນຍາ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ກໍໄດ້ເດີນທາງໄປຍັງແຂວງ ພຣະສີກະນຸວິນ (ກຳປົງຊອມ)
ແລະໄປຢ້ຽມຢາມສູນຮັກສາສັນຕິພາບສາກົນ ໂດຍມີຫົວໜ້າສູນ ຮັກສາສັນຕິພາບສາກົນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບກ່ອນເດີນທາງກັບຄືນ
ປະເທດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012