ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກອງບັນຊາການທະຫານແຂວງຈຳປາສັກ
ຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າແຂວງກວາງຫງາຍ

     ໃນວັນທີ 20 ກັນຍາ 2016 ນີ້, ຄະນະກອງບັນຊາການທະຫານແຂວງຈຳປາສັກ ເຊິ່ງນຳໂດຍ ທ່ານ ພັນເອກ ບຸນມາກ ວິລະວົງ ຫົວໜ້າການເມືອງ
ກອງບັນຊາການທະຫານແຂວງ ຄະນະຜູ້ແທນສະມາຄົມນັກຮົບເກົ່າ ແຂວງກວາງຫງາຍ ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ຮວິ່ງແມ໋ງຢື ປະທານສະມາ
ຄົມນັກຮົບເກົ່າແຂວງກວາງຫງາຍ ເຂົ້າຢ້ຽມຂໍ່ານັບ.

                                 
       ພັນເອກ ບຸນມາ ວິລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈຳປາສັກ ຕ້ອນຮັບ ທ່ານ ຮວິ່ງແມ໋ງຢື ຄະນະຜູ້ແທນສະມາຄົມນັກຮົບເກົ່າແຂວງກວາງຫງາຍ ສສ ຫວຽດນາມ

     ໂອກາດນີ້, ທ່ານ ພັນເອກ ສຸໄກ ພິມມະສານ ເລຂາຄະນະ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ ກໍໄດ້ກ່າວລາຍງານສະພາບ
ການໃນຂອບເຂດຄວາມຮັບຜິດຊອບຂອງກົມກອງ ແລະການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງກອງທັບ ລາວ-ຫວຽດນາມ ໂດຍສະ ເພາະແມ່ນກອງບັນຊາການທະຫານແຂວງຈຳປາສັກ ກັບແຂວງກວາງຫງາຍຕະຫຼອດໄລຍະທີ່ຜ່ານມາ.

     ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງກອງບັນຊາການທະຫານແຂວງຈຳປາສັກ ສປປ ລາວ ແລະກອງ
ບັນຊາການທະຫານແຂວງກວາງຫງາຍ ສສ ຫວຽດນາມ ອັນເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການເສີມສ້າງມິດຕະພາບ ແລະການຮ່ວມມືຮອບ
ດ້ານລະຫວ່າງສອງຊາດ-ສອງກອງທັບທີ່ມີມູນເຊື້ອອັນດີງາມມາແຕ່ດົນນານນັ້ນໃຫ້ຈະເລີນງອກງາມຕະຫຼອດມາ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012