ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 ກອງປະຊູມສ່ອງແສງວຽກງານພັກ-ວຽກງານການເມືືອງ ເຂດ 7 ນະຄອນຫຼວງວຽງຈັນ

     ວັນທີ 20 ກັນຍາ 2016 ຜ່ານມານີ້, ກອງ “ຂ703” ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານວຽກງານພັກ-ວຽກງານການເມືອງກອງທັບ ປະ
ຈຳໄຕມາດ III ປີ 2016 ຂອງເຂດ 7 ໃຈກາງນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກ
ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກຄະນະບັນຊາ, ກຳລັງຫຼວງ-ກຳລັງທ້ອງຖິ່ນເຂດ 7 ນະຄອນຫຼວງເຂົ້າຮ່ວມ.

                                 
                                                                      ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານກອງປະຊູມສ່ອງແສງວຽກງານພັກ-ວຽກງານການເມືືອງ ເຂດ 7

     ໃນໂອກາດນີ້ ຜູ້ຕາງໜ້າບັນດາກົມກອງໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ແລະປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ
ໃນສັງຄົມກໍຄືຢູ່ໃນກົມກອງປະຈຳໄຕມາດທີ III ເຊິ່ງໄດ້ຍົກໃຫ້ເຫັນ ສະພາບການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະນັກ
ຮົບ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະວຽກງານອື່ນໆ, ພ້ອມກັນນັ້ນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນ ເພື່ອເປັນເອກະພາບໃນທິດທາງວິ
ທີການຕ້ານ ແລະສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ.

     ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດມາໄດ້ໄລຍະຜ່ານມາ ພ້ອມທັງຮຽກຮ້ອງ
ມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງພ້ອມກັນເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນ
ທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ,ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012