ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດງານວາງສະແດງຮູບພາບເສັ້ນທາງໂຮ່ຈິມິນ-ສາຍພູຫຼວງຕາເວັນຕົກບົນແຜ່ນດິນລາວ

     ເນື່ອງໃນໂອກາດຄົບຮອບ 55 ປີ ແຫ່ງວັນເປີດການກໍ່ສ້າງນຳໃຊ້ເສັ້ນທາງໂຮ່ຈິມິນ-ສາຍພູຫຼວງ (1961-2016) ໃນວັນທີ 26 ກັນຍານີ້, ກະຊວງ
ປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງເປີດງານວາງສະແດງຮູບ
ພາບເສັ້ນທາງໂຮ່ຈິມິນມະຫັດສະຈັນບົນດິນແດນລາວ (1961-2016) ຂຶ້ນຢູ່ທີ່ຫໍພິພິທະພັນກອງທັບປະຊາຊົນລາວ ໂດຍເປັນກຽດເຂົ້າຮ່ວມພິທີອັນສຳ
ຄັນນີ້ມີ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການເລຂາທິການສູນກາງ ພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ພົນໂທ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ນາງ ຫງວຽນ ຖິກິມເງິນ, ກຳມະ
ການກົມການເມືອງສູນກາງພັກຄອມມູນນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ, ທ່ານ ຫງວຽນ ແມ້ງຮຸ່ງ ເອກອັກຄະລັດສະທູດຜູ້ມີ
ອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ນອກນີ້ຍັງມີບັນດາການນຳພັກ-ລັດ, ກະ ຊວງ, ຂະແໜງການ ແລະກົມກອງອ້ອມຂ້າງກະຊວງປ້ອງ
ກັນປະເທດເຂົ້າຮ່ວມ.

                                 
                                                           ທ່ານ ພັນຄຳ ວິພາວັນ ເຂົ້າຮ່ວມພິທີເປີດວາງສະແດງຮູບພາບເສັ້ນທາງໂຮ່ຈິມິນ-ສາຍພູຫຼວງຕາເວັນຕົກບົນແຜ່ນດິນລາວ

     ໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍະລາດ ໄດ້ກ່າວວ່າ: ໃນປີ 1961 ສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ ໂດຍແມ່ນປະທ່ານ
ໂຮ່ຈິມິນ ນັກຮົບສາກົນກຳມະຊີບຜູ້ຍິ່ງໃຫຍ່ເປັນຜູ້ລິເລີ່ມຈຶ່ງໄດ້ເອກະພາບກັນເປີດການກໍ່ສ້າງ ແລະນຳໃຊ້ເສັ້ນທາງໂຮ່ຈິມິນ-ສາຍພູຫຼວງຕາເວັນຕົກບົນ
ແຜ່ນດິນລາວຂຶ້ນຢ່າງເປັນທາງການ ນັບແຕ່ນັ້ນມາເສັ້ນທາງດັ່ງກ່າວກໍໄດ້ກາຍເປັນໝາກຫົວໃຈຂອງສອງຊາດ, ປະກອບສ່ວນໂດຍກົງເປັນເສັ້ນທາງສາຍ
ຫຼັກໃນການລຳລຽງຂົນສົ່ງຈາກແນວຫຼັງສູ່ແນວໜ້າ, ທັງເປັນສະໝໍນະພູມການສູ້ຮົບຄຽງບ່າຄຽງໄລ່, ຮ່ວມທຸກຮ່ວມສຸກຂອງນັກຮົບປະຕິວັດລາວ-ຫວຽດ
ນາມ. ດັ່ງນັ້ນການຈັດວາງສະແດງຮູບພາບເສັ້ນທາງໂຮ່ຈິມິນ-ສາຍພູຫຼວງຕາເວັນຕົກບົນແຜ່ນດິນລາວໃນຄັ້ງນີ້ ກໍເພື່ອເປັນການທົບທວນຫວນຄືນ, ຈົດ
ຈຳລ້ຳລຶກເຖິງຜົນງານ, ມູນເຊື້ອ ແລະໄຊຊະນະຂອງການປະກອບສ່ວນບົນເສັ້ນທາງໂຮ່ຈິມິນປະຫວັດສາດບົນດິນແດນລາວ ແລະບຸນຄຸນວິລະກຳອັນລ້ຳ
ເລີດຂອງພະນັກງານ-ນັກຮົບປະຕິວັດ ແລະປະຊາຊົນທັງສອງຊາດລາວ-ຫວຽດນາມ ທີ່ໄດ້ເສຍສະຫຼະປະກອບສ່ວນເຂົ້າໃນເສັ້ນທາງແຫ່ງນີ້.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012