ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບທີ່ປຶກສາທູດປ້ອງ​ກັນຊາ​ດ ສສ ມຽນມາ ​ເຂົ້າຢ້ຽມອຳ​ລາ


     ວັນທີ 27 ສິງຫານີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ພັນເອກ ຈໍ ຈໍ ມິນ
ທີ່ປຶກສາທູດ ຝ່າຍທະຫານບົກ, ທະຫານເຮືອ ແລະ ທະຫານອາກາດ ສສ ມຽນມາ ປະຈໍາ ລາວ ໃນໂອກາດທີ່ທ່ານສຳເລັດໜ້າທີ່ ເປັນທີ່ປຶກສາທູດທະຫານ ປະຈໍາຢູ່ ສປປ
ລາວ ພ້ອມທັງຕ້ອນຮັບ ທ່ານ ພົນຈັດຕະວາ ຈໍ ໂຊ ມິນ ທີ່ ປຶກສາທູດຝ່າຍທະຫານບົກ, ທະຫານເຮືອ ແລະ ທະຫານອາກາດ ສສ ມຽນມາ ຜູ້ໃໝ່ ປະຈໍາລາວ.

     ໂອກາດດັ່ງກ່າວ ທ່ານ ພັນເອກ ຈໍ ຈໍ ມິນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົນຕີ ອ່ອນສີ ແສນສຸກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຂອບ
ໃຈຢ່າງຈິງໃຈມາຍັງບັນດາການນຳພັກ-ລັດ, ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນຕະຫຼອດ
ໄລຍະການປະຕິບັດໜ້າທີ່ຂອງຕົນຈົນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ. ໃນເວລາດຽວກັນນີ້ ທ່ານ ພົນຈັດຕະວາ ຈໍ ໂຊ ມິນ ທີ່ປຶກສາທູດຝ່າຍທະ ຫານບົກ, ທະຫານ
ເຮືອ ແລະ ທະຫານອາກາດ ສສ ມຽນມາ ປະຈໍາລາວ ຜູ້ໃໝ່ ກໍໄດ້ກ່າວສະແດງຄວາມດີໃຈທີ່ໄດ້ຮັບຕໍາແໜ່ງໃໝ່ ແລະ ກ່າວຄຳຂອບໃຈນໍາຮອງລັດ ຖະມົນຕີທີ່ໄດ້ໃຫ້ການ
ຕ້ອນຮັບ ຢ່າງອົບອຸ່ນ.

     ໂອກາດນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງ ທ່ານ ພັນເອກ ຈໍ ຈໍ ມິນ ໃນຕະຫຼອດໄລຍະເວລາປະຕິບັດໜ້າທີ່ຢູ່ ສປປ
ລາວ ເປັນເວລາເກືອບ 3 ປີ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງການປະຕິບັດໜ້າທີ່ການທູດຝ່າຍ ທະຫານຢູ່ ສປປ ລາວ, ກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ, ໄດ້ຕົກລົງປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ແກ່ ທ່ານ ພັນເອກ ຈໍ ຈໍ ມິນ. ຜົນສໍາເລັດດັ່ງກ່າວແມ່ນເປັນການປະກອບສ່ວນ
ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດກໍຄືສອງ ກອງທັບ ລາວ-ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນ
ເປັນກ້າວໆ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍຫຼັງທີ່ທ່ານທູດເດີນທາງກັບຄືນປະເທດແລ້ວ ທ່ານຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືລະຫວ່າງ
ສອງປະເທດ ລາວ-ມຽນມາ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ອວຍພອນໃຫ້ທ່ານທູດກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະ
ກິດໃໝ່ຂອງທ່ານ. ໂອກາດດຽວກັນນີ້, ກໍສະແດງຄວາມຍິນດີຕ້ອນຮັບ ທ່ານ ພົນຈັດຕະວາ ຈໍ ໂຊ ມິນ ທີ່ປຶກສາທູດຝ່າຍທະຫານບົກ, ທະຫານເຮືອ ແລະ ທະຫານອາກາດ
ສສ ມຽນ ມາ ປະຈໍາລາວ ຜູ້ໃໝ່.

     ຂ່າວແຈ້ງຕື່ມວ່າ: ໃນວັນດຽວກັນນັ້ນ ທ່ານ ພັນເອກ ວົງໄຊ ອິນທະຄໍາ ຮອງຫົວໜ້າ ກົມພົວພັນການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ພັນ
ເອກ ຈໍ ຈໍ ມິນ ແລະ ຕ້ອນຮັບການເຂົ້າສະເໜີຕົວຂອງ ທ່ານ ພົນຈັດຕະວາ ຈໍ ໂຊ ມິນ ທີ່ປຶກສາທູດຝ່າຍທະຫານບົກ, ທະຫານເຮືອ ແລະ ທະຫານອາກາດ ສສ ມຽນມາ
ຄົນໃໝ່ປະຈຳ ສປປ ລາວ.