ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງປະທານຄະນະກຳມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຊຽງຂວາງ


ທ່ານ ພົນໂທ ວິໄລຫຼ້າ ຄຳຟອງ ເຂົ້າຮ່ວມພິທີປະກາດແຕ່ງຕັ້ງ
ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຊຽງຂວາງ

     ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງລັດຖະມົນຕີກະຊວງກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຂົ້າຮ່ວມພິທີປະກາດແຕ່ງຕັ້ງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຊຽງຂວາງ ໃນຕອນ
ເຊົ້າວັນທີ 27 ສິງຫາ 2018, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໂດຍມີເຈົ້າແຂວງໆຊຽງຂວາງ, ຄະນະປະຈຳພັກແຂວງ,ກຳມະການພັກແຂວງ,
ຫົວໜ້າ, ຮອງຫົວໜ້າກອງພັນໃຫຍ່ ແລະ ກອງພັນນ້ອຍພາຍໃນແຂວງເຂົ້າຮ່ວມ.

     ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 69/ຄລສພ ລົງວັນທີ 13 ມິຖຸນາ 2018 ວ່າດ້ວຍການແຕ່ງຕັ້ງປະທານຄະນະກຳມະ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ຕົກລົງແຕ່ງຕັ້ງ ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ ເປັນປະທານຄະນະກຳ
ມະການ ປກຊ-ປກສ ແຂວງຊຽງຂວາງ.

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງກະຊວງປ້ອງກັນປະເທດ ກໍໄດ້ຮຽກຮ້ອງໃຫ້ສືບຕໍ່ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ສຸມໃສ່ເຮັດວຽກງານ
ປກຊ-ປກສ, ຕ້ານປະກົດການຫຍໍ້ທໍ້ ແລະ ອຸບັດຕິເຫດຕາມທ້ອງຖະໜົນ, ຊອກຫາທິດທາງແກ້ໄຂບັນຫາການຍົກຍ້າຍພູມລຳເນົາຕາມລຳພັງໃຈ, ບັນຫາຄົນເຂົ້າ-ອອກ
ເມືອງຜິດກົດໝາຍ, ສືບຕໍ່ປັບປຸງກໍ່ສ້າງວຽກງານປ້ອງກັນຊາດທົ່ວປວງຊົນຮອບດ້ານໄປພ້ອມໆກັບການປັບປຸງກໍ່ສ້າງກຳລັງປະກອບອາວຸດ, ມີຄວາມໜັກແໜ້ນທາງດ້ານ
ການເມືອງ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ສຸມໃສ່ປ້ອງກັນງານມະຫະກຳກີລາແຫ່ງຊາດຄັ້ງທີ 11 ໃຫ້ມີຄວາມປອດໄພ100%, ກະກຽມຈັດຕັ້ງສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີຂະບວນການຟົດຟື້ນ ແລະ ກວ້າງຂວາງ.