ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ​ໄດ້ຜ່ານ​ເນື້ອ​ໃນຕຳລາ​ການ​ຮຽນ-ການ​ສອນ
ວິຊາ​ສິ່ງ​ແວດ​ລ້ອມ ​ໃນ​ກອງທັບ​ຄັ້ງ​ທີ II


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ​ເປັນ​ປະທານ

     ໃນວັນທີ 23 ກໍລະກົດ2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ (ວສ-ປສ) ໄດ້ຈັດກອງປະຊຸມຜ່ານເນື້ອໃນ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງ
ປະຕິບັດການຮຽນການສອນປຶ້ມຕໍາລາຮຽນວິຊາວິທະຍາສາດສິ່ງແວດລ້ອມ ໃນກອງທັບ ຄັ້ງທີ II, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ
ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະຊີ້ນໍາ, ຕາງໜ້າອົງການ ອ້ອມຂ້າງ ກະຊວງປ້ອງກັນປະເທດ, ວິທະຍາຄານ, ໂຮງຮຽນ, ແຂກຖືກເຊີນຈາກ
ພາກສ່ວນຕ່າງໆ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກົມເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ກ່າວວ່າ: ໂຄງການຄົ້ນຄວ້າຫຼັກສູດຕໍາລາການຮຽນ-ການສອນ ວິຊາວິທະຍາສາດສິ່ງແວດລ້ອມ ໃນກອງທັບ ແມ່ນ
ໂຄງການໜຶ່ງທີ່ນອນຢູ່ໃນທິດທາງແຜນການວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ປີ 2017-2020, ເຊິ່ງໂຄງການນີ້ໄດ້ຮັບອະນຸມັດຈາກ ກະຊວງປ້ອງກັນ
ປະເທດ, ໂດຍໄດ້ມອບໝາຍໃຫ້ກົມ ວສ-ປສ ການທະຫານເປັນໃຈກາງປະສານງານສົມທົບກັບກົມກອງທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມ
ຄາດໝາຍ. ພ້ອມກັນນັ້ນ, ຍັງໄດ້ແຕ່ງຕັ້ງຄະ ນະຊີ້ນໍາ, ຄະນະອານຸກໍາມະການຮັບຜິດຊອບວຽກງານຮັບປະກັນໂຄງການອີກດ້ວຍ.

     ສະຫາຍ ຍັງກ່າວອີກວ່າ: ຜົນສໍາເລັດຂອງໂຄງການດັ່ງກ່າວ ນອກຈາກກອງທັບປະຊາຊົນລາວ ຈະມີປຶ້ມຕໍາລາການຮຽນ-ການສອນວິຊາວິທະຍາສາດສິ່ງແວດລ້ອມ
ແລ້ວ, ຍັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດ ກ່ຽວກັບການສຶກສາ ແລະ ສ້າງຈິດສໍານຶກດ້ານການປົກປັກຮັກສາສິ່ງແວດລ້ອມ
ແລະ ຈັດຕັ້ງຜັນຂະຫຍາຍແຜນດໍາເນີນງານດ້ານສິ່ງແວດລ້ອມຂອງ ກອງທັບປະຊາຊົນລາວແຕ່ປີ 2016 ເຖິງ 2020, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານທົ່ວກອງທັບປະ
ຊາຊົນລາວ ຮັບຮູ້ຢ່າງເລິກເຊິ່ງ ແລະ ເຂົ້າໃຈແຈ້ງຕໍ່ຄວາມໝາຍຄວາມສໍາຄັນຂອງວຽກງານປົກປັກຮັກສາສິ່ງແວດລ້ອມໃນຍຸກສະໄໝໃໝ່, ຍຸກປະຕິວັດວິທະຍາສາດ,
ເທັກໂນໂລຢີ 4,0 ແລະ ແນວທາງການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

     ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນໃສ່ເນື້ອໃນຫຼັກສູດການຮຽນ-ການສອນວິຊາວິທະຍາສາດສິ່ງແວດລ້ອມເປັນຄັ້ງທີ II ເຊິ່ງ
ໄດ້ພ້ອມກັນຄົ້ນຄວ້າອອກແບບວິທີການສິດສອນ, ຄູອາຈານສອນ, ສອນໃຫ້ຂັ້ນໃດລະດັບໃດ, ຄັດເລືອກເອົາເຂົ້າສອນຈັກໜ່ວຍກິດ ແລະ ກໍານົດ ສິດສອນວິຊານີ້ຢູ່ບັນ
ດາວິທະຍາຄານຂອງກອງທັບ. ເພື່ອນໍາສະເໜີໃຫ້ ກະຊວງປ້ອງກັນປະເທດ ຮັບຮອງ ແລະ ນໍາໄປທົດລອງສິດສອນຢູ່ບັນດາວິທະຍາຄານ ຫຼື ຝຶກອົບຮົມໃຫ້ກົມກອງທະຫານ
ທັງກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນຂັ້ນຕໍ່ໄປ.