ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຍົກລະດັບ ກອງພັນ 428 ເປັນ ກອງພັນຕີພິເສດເຄື່ອນທີ່ໄວ


ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະພັກກະຊວງຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກອງປະຊຸມປະກາດຍົກລະດັບ ກອງພັນ 428 ເປັນ ກອງພັນຕີພິເສດເຄື່ອນທີ່ໄວ ຂຶ້ນກັບ ກອງພັນໃຫຍ່ 497 ໄດ້ຈັດຂຶ້ນໃນ ວັນທີ 24 ກໍລະກົດນີ້, ໂດຍການ ເປັນ
ປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມກອງ, ພະແນກ
ການພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ໂດຍປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຍົກລະດັບກອງພັນ 428 ເປັນກອງພັນຕີພິເສດເຄື່ອນທີ່ໄວຂຶ້ນກັບ ກອງພັນໃຫຍ່ 497 ເພື່ອ
ເປັນການປັບປຸງກໍ່ສ້າງກໍາລັງ ໂດຍສະເພາະກຳລັງຕີພິເສດເຄື່ອນທີ່ໄວ ກອງທັບປະຊາຊົນລາວ ໃນເງື່ອນໄຂໄລຍະໃໝ່ຈຳເປັນຕ້ອງໄດ້ຂະຫຍາຍ ແລະ ປັບປຸງໃຫ້ມີຄວາມ
ເຂັ້ມແຂງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປົກປ້ອງ ອະທິປະໄຕ ແລະ ຄວາມໝັ້ນຄົງຂອງຊາດ, ທັງເປັນການຍົກລະດັບຄວາມອາດສາ
ມາດສູ້ຮົບຂອງກຳລັງຕີພິເສດເຄື່ອນທີ່ໄວ ໃນເງື່ອນໄຂສະພາບການໃໝ່ ດ້ວຍຫຼາຍຮູບການມີທັງດ້ານການເມືອງເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການສື່ສານ
ທາງສັງຄົມ, ກໍາລັງຕີພິເສດເຄື່ອນທີ່ໄວ ແມ່ນເປັນສ່ວນໜຶ່ງທີ່ມີຄວາມອາດສາມາດ ເພື່ອສະກັດກັ້ນຕອບຕ້ານກັບປະກົດການຕ່າງໆ ໄດ້ຢ່າງມີປະສິດທິພາບ, ພ້ອມດຽວ
ກັນນີ້, ກໍໄດ້ປະກາດແຕ່ງຕັ້ງ ຄະນະບັນຊາກອງພັນຕີພິເສດເຄື່ອນທີ່ໄວ 428 ຕາມຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ, ໃນນັ້ນໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ນ້ອຍ
ໄຟສານ ເປັນຫົວໜ້າ ການເມືອງ, ສະຫາຍ ພັນໂທ ແຊງ ວົງໄຊ ເປັນ ຫົວໜ້າການທະຫານ, ສະຫາຍ ພັນໂທ ບຸນສອນ ເລືອງວິໄລ ເປັນຮອງຫົວໜ້າ ການທະຫານ, ສະ
ຫາຍ ພັນຕີ ບຸນຈັນ ຊາຍຍະກຸນ ເປັນຮອງຫົວໜ້າ ການເມືອງ, ສະຫາຍ ພັນໂທ ວິສອນ ຄຳພູ ຮັບຜິດຊອບວຽກງານພະລາທິການ ແລະ ສະຫາຍ ພັນຕີ ຫຼ້າໂສວັນ ຮັບຜິດ
ຊອບວຽກງານເຕັກນິກ ແລະ ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານຕາມມະຕິຕົກລົງຂອງ ຄະນະພັກກອງພັນໃຫຍ່ 497, ໃນນັ້ນບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ນ້ອຍ ໄຟ
ສານ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ແຊງ ວົງໄຊ ເປັນຮອງເລຂາ ຄະນະພັກ ແລະ ສະຫາຍ ພັນໂທ ບຸນສອນ ເລືອງວິໄລ, ສະຫາຍ ພັນຕີ ບຸນຈັນ ຊາຍ
ຍະກຸນ, ສະຫາຍ ພັນໂທ ວິສອນ ຄຳພູ ເປັນກຳມະການຄະນະພັກ ແລະ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ກອງພັນຕີພິເສດເຄື່ອນທີ່ໄວ 428
ອີກດ້ວຍ.

     ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳ
ພາແນວຄິດ ໃຫ້ພະນັກງານ-ນັກຮົບມີຄວາມໜັກແໜ້ນ ໂດຍສະເພາະດ້ານກຳລັງຕີພິເສດເຄື່ອນທີ່ໄວໃຫ້ເຂັ້ມແຂງ, ມີເຕັກນິກ, ມີແບບແຜນວິທີການຕີທັນສະໄໝ ໃນ
ເງື່ອນໄຂສະພາບການທີ່ກຸ່ມຄົນບໍ່ຫວັງດີສ້າງຄວາມບໍ່ສະຫງົບ ດ້ວຍຫຼາຍຮູບການ ແລະ ຮັກສາໄດ້ຄວາມສະຫງົບປອດໄພໂດຍພື້ນຖານ.