ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ຍັງກວດພົບຜູ້ຕິດເຊື້ອພະຍາດໂຄວິດຕື່ມອີກ 10 ຄົນ

     ໃນວັນທີ 27 ມີຖຸນາ ປີ 2021ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ມາຖະແຫຼງຂ່າວ
ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ວ່າ: ໃນວັນທີ 26 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1,354 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ
10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ, ສຳລັບນະຄອນຫຼວງວຽງຈັນ 1 ຄົນ ແມ່ນກໍລະນີ
ຕິດເຊື້ອໃນຊຸມຊົນ, ສ່ວນ ແຂວງສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະ
ເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ, ບໍ່ມີການເສຍຊີວິດໃໝ່ , ກໍາລັງປິ່ນປົວ ທັງໝົດ 121 ຄົນ. + ລາຍລະອຽດ
ກ່ຽວກັບ 1 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ມີດັ່ງຕໍ່ໄປນີ້: ຜູ້ຕິດເຊື້ອໃໝ່ທີ່ຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້ ກໍລະນີຢັ້ງຢືນ
ໃໝ່ ເພດຍິງ, ອາຍຸ 29 ປີ, ອາຊິບ: ພະນັກງານ, ບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ, ບໍ່ມີພະຍາດປະຈໍາໂຕ, ໄດ້ຮັບການສັກຢາວັກຊິນ 02
ເຂັມ: ເຂັມທີ່ 01 ໃນວັນທີ 23/04/2021 ແລະ ເຂັມທີ 02 ໃນວັນທີ 24/05/2021, ຊະນິດຢາວັກຊີນ Sinopharm ແລະ ສະຖານທີສັກຢາ ຢູ່ກະຊວງ
ໂຍທາທິການ ແລະ ຂົນສົ່ງ, ວັນທີ 22/06/2021: ມີອາການເມື່ອຍ ແລະ ປວດຕາມຕົນໂຕ, ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ໃນ
ວັນທີ 26/06/2021 ແມ່ນພົບເຊື້ອ + ການເຄື່ອນໄຫວຂອງຜູ້ກ່ຽວ: ວັນທີ 23-31/05/2021: ຜູ້ກ່ຽວ ຢູ່ບ້ານ ແລະ ມີແຕ່ໄປຕະຫລາດອົດຊີໃນການ
ຄັ້ງຄາວ, ວັນທີ 01-12/06/2021: ຜູ້ກ່ຽວ ຢູ່ບ້ານ ແຕ່ກໍ່ໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ, ວັນທີ 13/06/2021: ຫ້ອງການໄດ້ໃຫ້ພະນັກງານ
ກວດໂຄວີດ-19 ຜົນອອກແມ່ນເປັນລົບ, ວັນທີ 14-16/06/2021: ຜູ້ກ່ຽວ ໄດ້ຢູ່ເຮືອນກັບຄອບຄົວ (ມີລູກ, ຫລານ, ອ້າຍ, ເອື້ອຍໄພ້ ແລະ ລູກຂອງ
ອ້າຍ 2 ຄົນ), ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021: ຜູ້ກ່ຽວ ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ແລະ
ເວລາ 11:00-12:00 ໂມງ ກໍ່ໄດ້ໄປຊື້ເຄື່ອງຢູ່ຕະຫລາດຂົວດີນ, ວັນທີ 18-20/06/2021: ຜູ້ກ່ຽວ ໄດ້ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງີນ, ເມືອງ
ໂພນໂຮງ, ແຂວງວຽງຈັນ, ວັນທີ 21/06/2021: ໄດ້ເດີນທາງກັບຈາກແຂວງວຽງຈັນ ຫາບ້ານສີເກີດ ແລະ ກໍ່ຢູ່ແຕ່ເຮືອນ, ວັນທີ 22/06/2021: ຜູ້ກ່ຽວ
ຮູ້ສຶກເມື່ອຍ ແລະ ປວດຕາມຕົນໂຕ ແລະ ຢູ່ແຕ່ເຮືອນບໍ່ໄດ້ໄປໃສ່, ວັນທີ 23/06/2021: ຜູ້ກ່ຽວ ຮູ້ສືກເປັນຫັວດໜ້ອຍໜື່ງ ແຕ່ໄດ້ກີນຢາດີຫວັດ ແລະ
ພັກຜ່ອນ ຢູ່ບ້ານ, ວັນທີ 24/06/2021: ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ມີພີ່ນ້ອງມາເອົາເສື້ອນຳ, ວັນທີ 25/06/2021: ຜູ້ກ່ຽວ ຢູ່ເຮືອນຕາມປົກກະ
ຕິ ແລະ ຮູ້ສຶກມີອາການໄອແຫ້ງເລັກຫນ້ອຍ, ເວລາ 10:00-10:15 ໂມງຂອງວັນທີ 26/06/2021: ຕອນເຊົ້າໄດ້ໄປກວດໂຄວີດກວດແລ້ວໄດ້ ໄປຊື້ກະ
ເຟຮ້ານເບຊີກແລ້ວກັບບ້ານ + ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອທັງໜົດ ທີ່ໄດ້ເດີນທາງໄປ: ວັນທີ 23-31/05/2021: ໄດ້ໄປຕະຫລາດອົດຊີໃນການຄັ້ງ
ຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ), ວັນທີ 01-12/06/2021: ໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ), ເວລາ 10:00-
10:30 ໂມງຂອງ ວັນທີ 17/06/2021: ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ໄປຊື້
ເຄື່ອງຢູ່ຕະຫລາດຂົວດີນ, ວັນທີ 18-20/06/2021: ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງີນ, ເມືອງໂພນໂຮງ, ແຂວງວຽງຈັນ, ເວລາ 10:00-10:15
ໂມງຂອງວັນທີ 26/06/2021: ໄປຊື້ກະເຟຮ້ານເບຊີກ (ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 05 ເມືອງ ຄື: ເມືອງ
ຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ ແລະ ໄຊເສດຖາ, ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ປະຈຳວັນທີ 27 ມິຖຸນາ 2021 (ບໍ່ມີ),
ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ມີ 2 ບ້ານ ຄື: ບ້ານທົ່ງຕູມ, ເມືອງຈັນທະບູລີ ແລະ ບ້ານຕານມີໄຊ, ເມືອງ ໄຊທານີ).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/06/2021