ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດບຳລຸງວຽກງານ ປກຊ- ປກສ ໃຫ້ພະນັກງານການນຳ ພັກ-ລັດ ຊຸດທີ XIII ຢູ່ ວປກ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປິດຊຸດບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານພັກ-ລັດ ຊຸດທີ XIII ໃນຕອນບ່າຍຂອງວັນທີ 28
ມິຖຸນາ ນີ້, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີຄະນະພັກ-ຄະນະບັນຊາ ຕາງໜ້າຄະນະນຳຫ້ອງ
ວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ພະລາ, ກົມໃຫຍ່ເຕັກນິກ ຕາງໜ້າຄະນະນຳກະ
ຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.


ທ່ານ ທອງລຸນ ສີສຸລິດ ເປັນປະທານ ປິດຊຸດບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານການນຳ ພັກ-ລັດ ຊຸດທີ XIII

     ພັນເອກ ປອ ວິລະພັນ ດວງມະນີ ຮອງອຳນວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ
ການເມືອງ ວປກ ໄດ້ຂຶ້ນຜ່ານຜົນສຳເລັດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ພະນັກງານການນຳພັກ-ລັດ ຊຸດທີ XIII (ສົກຮຽນ
ປີ 2016-2017) ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 156/ນຍ ລົງວັນທີ 24 ສິງຫາ 1996 ແລະ ສະບັບເລກທີ 90/ນຍ ລົງວັນ
ທີ 30 ມິຖຸນາ 2000 ວ່າດ້ວຍການຈັດຕັ້ງໜ້າທີ່, ພາລະ, ບົດບາດ ແລະ ການເຄື່ອນໄຫວຂອງ ວປກ, ອີງຕາມການຕົກລົງຂອງເລຂາທິການສູນກາງພັກ
ສະບັບເລກທີ 39/ຄຈສພ ລົງວັນທີ 21 ມີນາ 2017 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳພັກ-ລັດໄປບຳລຸງວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ຊຸດທີ XIII ເຊິ່ງການບຳລຸງດັ່ງກ່າວແມ່ນໄດ້ດຳເນີນການຮຽນ-ການສອນເປັນເວລາ 64 ວັນ ເຊິ່ງມີພະນັກງານການນຳພັກ-ລັດເຂົ້າຮ່ວມ
ບຳລຸງ 28 ທ່ານ ເຊິ່ງມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນທີ່ມີໜ້າທີ່ຄວາມຮັບຜິດຊອບແຕກຕ່າງກັນ, ລະດັບຄວາມຮູ້ຄວາມສາມາດ ແລະ ມີ
ບົດຮຽນພຶດ ຕິກຳຕົວຈິງກ່ຽວກັບວຽກງານ ປກຊ-ປກສ ແຕກຕ່າງກັນ. ໂອກາດນີ້ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງ
ປ້ອງກັນປະເທດ, ຫົວໜ້າການເມືອງ ວປກ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນແກ່ພະນັກງານການນຳພັກ-ລັດທີ່ສຳເລັດໃນການບຳລຸງຄັ້ງນີ້.

     ໂອກາດເຂົ້າຮ່ວມພິທີປິດຊຸດອົບຮົມໃນຄັ້ງນີ້ ທ່ານນາຍົກລັດຖະມົນຕີກໍໄດ້ໃຫ້ທິດຊີ້ນຳບາງບັນຫາຄື: ການຈັດຕັ້ງບຳລຸງວຽກງານ ປກຊ-ປກສ ໃຫ້ແກ່
ພະນັກງານການນຳຂັ້ນຕ່າງໆຂອງພັກ-ລັດແມ່ນບູລິມະສິດສຳຄັນໜຶ່ງຂອງພັກ-ລັດເຮົາ ເຊິ່ງໄດ້ປະຕິບັດມາຢ່າງຕໍ່ເນື່ອງແນໃສ່ເຮັດໃຫ້ພະນັກງານເຫຼົ່ານັ້ນໄດ້
ກຳແໜ້ນແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ມີຄວາມຮັບຮູ້ເຂົ້າໃຈຕໍ່ພາລະບົດບາດ, ໜ້າທີ່ຂອງຕົນໃນການ
ຊີ້ນຳ-ນຳພາວຽກງານດັ່ງກ່າວໃຫ້ເລິກເຊິ່ງ, ລວມທັງບັນດາບາດກ້າວວິທີການຕ່າງໆເປັນບ່ອນອີງແກ່ການນຳໄປຈັດຕັ້ງຜັນຂະຫຍາຍຕົວຈິງໃນອົງການ, ກະ
ຊວງ, ທ້ອງຖິ່ນຂອງຕົນໃຫ້ແທດເຖິງ ແລະ ມີປະສິດທິຜົນດີ.