ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືວຽກງານປ້ອງກັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11

     ກອງປະຊຸມປຶກສາຫາລື ແລະ ລົງກວດກາການຈັດວາງກຳລັງປ້ອງກັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນ
ເຈົ້າພາບ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ພຶດສະພາ ປີ 2018 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງ ຊຽງຂວາງ, ໂດຍການໃຫ້ກຽດເຂົ້າຮ່ວມ
ເປັນປະທານຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ພົນຈັດຕະວາ ທອງສະຫວັນ ວົງສະຫວັດ
ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະບັນຊາ 2 ກຳລັງ ປກຊ-ປກສ ແຂວງຊຽງຂວາງ, ກອງພັນໃຫຍ່ 702, 643 ແລະ ພະນັກງານທີ່ກ່ຽວ
ຂ້ອງເຂົ້າຮ່ວມ.


ພົນຕີ ຄຳລຽງ ອຸທະໄກສອນ ເປັນປະທານກອງປະຊຸມປຶກສາຫາລືວຽກງານປ້ອງກັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11

     ໃນວາລະດຳເນີນກອງປະຊຸມ, ຜູ້ແທນກອງປະຊຸມຕ່າງກໍໄດ້ສົນທະນາປຶກສາຫາລືກັນຢ່າງລະອຽດຮອບດ້ານເພື່ອເຮັດໃຫ້ງານມະຫະກຳກິລາແຫ່ງຊາດ
ຄັ້ງທີ 11 ທີ່ຈະເປີດການແຂ່ງຂັນຂຶ້ນໃນເດືອນພະຈິກ ປີ 2018 ນີ້ ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ແລະມີຄວາມປອດໄພ 100%
ໂດຍຖືເອົາການສະກັດກັ້ນເປັນບັນຫາຕົ້ນຕໍ, ນຳໃຊ້ກຳລັງປະກອບອາວຸດທ້ອງຖິ່ນ, ສົມທົບກັບກຳລັງ ປກສ, ກຳລັງຫຼວງ ແລະຂອງທົ່ວປວງຊົນເຮັດວຽກ
ງານ ປກຊ-ປກສ, ເພື່ອປ້ອງກັນຂອບເຂດແຂວງຊຽງຂວາງ ເຊິ່ງຈຸດຫຼັກໆກໍແມ່ນສະໜາມກິລາ, ພິທີເປີດ-ປິດ, ສະຖານທີ່ພັກເຊົາຂອງການນໍາພັກ-ລັດ ແລະ
ສະຖານທີ່ພັກເຊົາຂອງນັກກິລາປະເພດຕ່າງໆ, ບັນດາສາງຄັງຍຸດທະສາດ, ເສັ້ນທາງເລກ 06, 07, ເລກ 1D, ຂົວທາງ, ສະໜາມບິນ, ສະຖານີຂົນສົ່ງໂດຍ
ສານ, ເສົາໄຟຟ້າແຮງສູງ, ສະຖານີວິທະຍຸກະຈາຍສຽງ, ບັນດາຈຸດຍຸດທະສາດ ແລະສະຖານທີ່ສຳຄັນອື່ນໆ. ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປ້ອງກັນງານມະ
ຫະກຳກິລາແຫ່ງຊາດຄັ້ງທີ 11 ດຳເນີນໄປດ້ວຍດີ, ມີຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍວຽກງານປ້ອງກັນ, ນຳໃຊ້ກຳລັງຕາມແຜນການ ກໍ
ຄືຕາມທິດຊີ້ນຳຂອງກົມສູ້ຮົບກົມໃຫຍ່ເສນາທິການກອງທັບບັນລຸຕາມແຜນການທີ່ວາງໄວ້, ບັນຍາກາດແຫ່ງການແຂ່ງຂັນມີຄວາມສະຫງົບ, ສັງຄົມມີ
ຄວາມເປັນລະບຽບຮຽບຮ້ອຍ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ໂດຍສະເພາະຢູ່ພື້ນທີ່ແຂວງຊຽງຂວາງ. ຈາກນັ້ນຄະນະຜູ້ແທນກອງ
ປະຊຸມກໍໄດ້ພ້ອມກັນລົງກວດກາການຈັດວາງກຳລັງປ້ອງກັນທັງວົງນອກ ແລະ ວົງໃນຕື່ມອີກ.