ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ຕ້ອນຮັບຄະນະຜູ້ແທນເຫຼົ່າຮົບຕີພິເສດກອງທັບປະຊາຊົນຫວຽດນາມ

     ວັນທີ 27 ເມສານີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ສະຫາຍ ພົນຈັດຕະວາ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະຜູ້ແທນກອງບັນຊາການເຫຼົ່າຮົບຕີພິເສດກອງທັບປະຊາຊົນຫວຽດນາມ
ເຊິ່ງນຳໂດຍສະຫາຍ ພົນຈັດຕະວາ ໂດ ແທ໋ງ ບິ່ງ ຫົວໜ້າກອງບັນຊາການເຫຼົ່າຮົບຕີພິເສດກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນ
ທາງມາຢ້ຽມຢາມ ແລະເຮັດວຽກຢູ່ລາວ.


ພົນຈັດຕະວາ ຈັນທອງ ສອນຕະອາດ ຕ້ອນຮັບຄະນະຜູ້ແທນເຫຼົ່າຮົບຕີພິເສດກອງທັບປະຊາຊົນ ຫວຽດນາມ

     ໃນໂອກາດນີ້ ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການເດີນທາງມາຢ້ຽມ
ຢາມ ແລະເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຂອງກອງບັນຊາການເຫຼົ່າຮົບຕີພິເສດກອງທັບປະຊາຊົນຫວຽດນາມໃນຄັ້ງນີ້, ເຊິ່ງເປັນການ
ເສີມສ້າງມິດຕະພາບທີ່ເປັນມູນເຊື້ອຍາວນານ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ ແລະອວຍພອນ
ໃຫ້ສະຫາຍ ພົນຈັດຕະວາ ໂດ ແທ໋ງ ບິ່ງ ພ້ອມຄະນະ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ໃນການມາຢ້ຽມຢາມ ແລະເຮັດວຽກຢູ່ລາວໃນຄັ້ງນີ້.

     ສະຫາຍ ພົນຈັດຕະວາ ໂດ ແທ໋ງ ບິ່ງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທີ່ໄດ້ໃຫ້
ການຕ້ອນຮັບຢ່າງອົບອຸ່ນ ແລະໄດ້ລາຍງານກ່ຽວກັບຈຸດປະສົງໃນການເດີນທາງມາຢ້ຽມຢາມລາວໃນຄັ້ງນີ້, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນການປະຕິບັດ
ແຜນການຮ່ວມມືໃນຕະຫຼອດໄລຍະຜ່ານມາຂອງສອງເຫຼົ່າຮົບຕີພິເສດ ຫວຽດນາມ-ລາວ ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນການກໍ່ສ້າງພະນັກງານ
ແລະການຊ່ວຍເຫຼືອໃນດ້ານຕ່າງໆ.