ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງສະຫຼຸບຂະບວນການສ້າງຕັ້ງ
ກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ສົກປີ 2016-2017


ພົນຈັດຕະວາ ວໍລະສານ ວິລັດດາວົງ ເປັນປະທານກອງປະຊຸມສະຫຼຸບຂະບວນການສ້າງຕັ້ງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ສົກປີ 2016-2017

     ຕອນເຊົ້າຂອງວັນທີ 27 ເມສາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເພື່ອສະຫຼຸບ
ຖອດຖອນບົດຮຽນ ແລະມອບໃບຢັ້ງຢືນ, ໃບຍ້ອງຍໍໃຫ້ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກົມ ວິທະຍາສາດ-ປະຫວັດສາດ ການທະຫານ
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງ
ກອງທັບ, ມີທ່ານ ພັນເອກ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ຄະນະພັກຮາກຖານ, 8
ໜ່ວຍພັກຂຶ້ນກັບ ຕະຫຼອດຮອດສະມາຊິກພັກສົມບູນ ແລະສຳຮອງເຂົ້າຮ່ວມ.


ພັນເອກ ວິຊຽນ ສີສະອາດ ຂຶ້ນຜ່ານບົດສະຫຼຸບໃນໄລຍະ 1 ປີຜ່ານມາ

     ໃນພິທີ ພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານບົດສະຫຼຸບ
ໃນໄລຍະ 1 ປີຜ່ານມາ ສາມາດຍາດໄດ້ຜົນງານຫຼາຍດ້ານ ໂດຍສະເພາະການຫັນເອົາແນວທາງແຜນການຈັດຕັ້ງປະຕິບັດຂອງກະຊວງປ້ອງກັນປະເທດ ລົງ
ເຜີຍແຜ່ໃຫ້ພະນັກງານນັກຮົບເຂົ້າໃຈເຊື່ອມຊຶມ, ແນວທາງແຜນນະໂຍບາຍຂອງພັກ ຂໍ້ກຳນົດກົດລະບຽບຂອງກອງທັບໄດ້ເປັນປົກກະຕິ ເປັນພື້ນຖານ
ເຮັດໃຫ້ແຕ່ລະພະແນກການສາມາດເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນ ແລະໃຫ້ຄວາມໄວ້ວາງໃຈຈາກຄະນະພັກກະຊວງປ້ອງກັນປະເທດ ຈິ່ງໄດ້ຕົກ
ລົງມອບໃບຍ້ອງຍໍໃຫ້ຄະນະພັກຮາກຖານກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ ແລະມອບນາມມະ
ຍົດໜ່ວຍພັກແຂງຮູ້ນຳພາຮອບດ້ານໃຫ້ 6 ໜ່ວຍພັກຂຶ້ນກັບ ເປັນຕົ້ນແມ່ນໜ່ວຍພັກພະແນກປະຫວັດສາດ, ໜ່ວຍພັກວິທະຍາສາດ, ຍຸດທະສາດ, ຂໍ້
ມູນ-ຂ່າວສານ, ບໍລິຫານ ແລະໜ່ວຍພັກພະແນກການເມືອງ.


  ມອບໃບຍ້ອງຍໍໃຫ້ຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະຫານ

     ໃນໂອກາດນີ້ ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອຕື່ມໃສ່ເນື້ອໃນຂອງບົດສະຫຼຸບບາງບັນຫາທີ່ຍັງຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ.


ພົນຈັດຕະວາ ວໍລະສານ ວິລັດດາວົງ ໂອ້ລົມຕໍ່ກອງປະຊຸມສະຫຼຸບຂະບວນການສ້າງຕັ້ງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ສົກປີ 2016-2017

     ໃນຕອນທ້າຍຍັງໄດ້ຮັບຟັງຄຳຄິດຄຳເຫັນຂອງ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ທີ່ປະຊຸມເຫັນໄດ້ຄວາມໝາຍ
ຄວາມສຳຄັນຂອງວຽກງານກໍ່ສ້າງພັກ, ສ້າງສະມາຊິກພັກ, ສ້າງຈຸພັກ ແລະໜ່ວຍພັກຕາມຂັ້ນຕອນໂດຍຖືກຕ້ອງຕາມພາລະບົດບາດເປັນເອກະພາບພາຍ
ໃນຄະນະແບ່ງໜ້າທີ່ໃຫ້ບຸກຄົນຮັບຜິດຊອບ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ມີແບບແຜນໃນການຈັດຕັ້ງປະຕິບັດໜ້າທີ່ ມີຄວາມເປັນເອກະພາບ
ລວມສູນປະຊາທິປະໄຕຕາມທິດຊີ້ນຳຂອງຂັ້ນເທິງ, ການພົວພັນຮ່ວມມືກັບພາຍໃນ ແລະຕ່າງປະເທດ ເປັນພື້ນຖານເຮັດໃຫ້ວຽກງານວິຊາສະເພາະສຳເລັດ
ຕາມການມອບໝາຍຂອງຂັ້ນເທິງ, ເສີມຂະຫຍາຍມູນເຊື້ອຮັກສາກອງແຂງໜ່ວຍພັກຮູ້ນຳພາຮອບດ້ານໃຫ້ດີຂື້ນ.