ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຢ້ຽມຢາມ
ແລະ ໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງ ຫຼວງພະບາງ

     ໃນວັນທີ 26 ເມສາ 2017 ນີ້, ທີ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງທ່ານ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກ
ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລົງພົບປະຢ້ຽມຢາມ ແລະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຢູ່ກອງ
ບັນຊາການທະຫານແຂວງຫຼວງພະບາງ ໂດຍມີ ພັນເອກ ຄຳຫຼ້າ ວົງວິໄລ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະ
ນະພັກ-ຄະນະບັນຊາ, ອົງການໄອຍະການທະຫານ ແລະສານທະຫານພາກເໜືອ, ຫົວໜ້າພະແນກ, ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວທະ
ຫານແຂວງເຂົ້າຮ່ວມຮັບຟັງ.


ພົນຈັດຕະວາ ຜາລົມ ລິນທອງ ພົບປະຢ້ຽມຢາມ ແລະໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງຫຼວງພະບາງ

     ເຊິ່ງທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ຮຽກຮ້ອງ ແລະເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາພະນັກງານຫຼັກແຫຼ່ງທົ່ວກອງບັນຊາການ
ທະຫານແຂວງຫຼວງພະບາງ ຕ້ອງເອົາໃຈໃສ່ປັບປຸງແບບແຜນ ວິທີເຮັດວຽກໃຫ້ມີຄວາມໜັກແໜ້ນຖືກຕ້ອງ ແລະສອດຄ່ອງກັບເງື່ອນໄຂສະພາບການເປັນ
ຈິງ, ຍົກລະດັບວັດທະນະທຳຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່,
ເປັນເຈົ້າການປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບວາງອອກໃຫ້ເຂັ້ມງວດ, ອອກແຮງປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກ
ແໜ້ນເຂັ້ມແຂງໃນທຸກດ້ານ, ລົງໃກ້ຊິດ ຕິດແທດປັບປຸງຊຸກຍູ້ ແລະຊ່ວຍເຫຼືອອຳນາດການປົກຄອງທ້ອງຖິ່ນຮາກຖານຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ ກາຍ
ເປັນທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະງົບທົ່ວປວງຊົນຮອບດ້ານ ແລະແກ້ໄຂຄວາມທຸກຍາກ ຊ່ວຍເຫຼືອປະຊາຊົນແນໃສ່ສ້າງແຂວງເປັນຫົວ
ໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາຕາມທິດນຳ 3 ສ້າງ, ເພື່ອຮັບປະກັນເຮັດໃຫ້ຊີວິດ
ການເປັນຢູ່ຂອງພະນັກງານ-ນັກຮົບໃນກົມກອງນັບມື້ດີຂຶ້ນ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນຳ 4 ປູກ 4
ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ, ປັບປຸງກໍ່ສ້າງພື້ນຖານໂຄງລ່າງສະຖານທີ່ຄ້າຍຄູໃຫ້ກ້າວສູ່ລະບົບທີ່ແໜ້ນໜາຖາວອນ ເອົາໃຈໃສ່ສຶກສາ
ອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກ-ລັດໃນແຕ່ລະໄລຍະ.