ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຕ້ອນຮັບຮອງປະທານບໍລິສັດ ປາວລີ້

     ໃນຕອນບ່າຍວັນທີ 26 ເມສາ 2017 ນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກ
ກອງທັບ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຢ້າງ ກວາງ (Yang Guang) ຮອງປະທານບໍລິສັດປາວລີ້, ໂດຍຜ່ານຫ້ອງວ່າການກະຊວງປ້ອງກັນປະເທດ.


ພົນຕີ ແອສະໄໝ ເລືອງວັນໄຊ ຕ້ອນຮັບຮອງປະທານບໍລິສັດປາວລີ້

     ໃນໂອກາດທີ່ມາພົບປະຄັ້ງນີ້ ກໍເພື່ອຕ້ອງການຮັບຊາບກ່ຽວກັບການຊົມໃຊ້ ແລະການສະໜອງອຸປະກອນເຕັກນິກໃຫ້ແກ່ກອງທັບປະຊາຊົນລາວ ຜ່ານ
ມາໃຫ້ຮັບໝາກຜົນທັງດ້ານປະລິມານ ແລະຄຸນນະພາບເປັນແນວໃດ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງກອງທັບລາວແລ້ວຫຼືບໍ່.
ພ້ອມດຽວກັນນີ້ທາງບໍລິສັດປາວລີ້ ໄດ້ແຈ້ງຕື່ມວ່າບໍລິສັດຍັງມີຜະລິດຕະພັນໃໝ່ຕື່ມອີກທີ່ຍິນດີສະໜອງໃຫ້ກອງທັບປະຊາຊົນ ລາວ.

     ໂອກາດດຽວກັນນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ການມາພົບປະຂອງຮອງປະທານບໍລິສັດປາວລີ້ໃນຄັ້ງນີ້, ພ້ອມ
ທັງລາຍງານໃຫ້ຮູ້ກ່ຽວກັບສະພາບການສະໜອງ ແລະຮັບໃຊ້ອຸປະກອນເຕັກນິກການທະຫານທີ່ທາງບໍລິສັດດັ່ງກ່າວສະໜອງໃຫ້ໃນໄລຍະຜ່ານມາ ແລະຍັງ
ໄດ້ຊົມໃຊ້ ແລະອວຍພອນໄຊອັນປະເສີດແດ່ ທ່ານ ຢ້າງ ກວາງ ໂອກາດທີ່ໄດ້ຮັບຕຳແໜ່ງເປັນຮອງປະທານບໍລິສັດປາວລີ້ຄົນໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ
ສືບຕໍ່ປະຕິບັດໜ້າທີ່ຂອງທ່ານໃຫ້ມີຜົນສຳເລັດສູງ.