ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ
ລົງ​ສຳຫຼວດພື້ນ​ທີ່​ກໍ່ສ້າງ​ຈຳລອງ​ຄ້າຍ​ກອງພັນ​ທີ II ຜ່າ​ວົງ​ປິ​ດລ້ອມ.


ກົມ ວສ-ປສ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ລົງ​ສຳຫຼວດພື້ນ​ທີ່​ກໍ່ສ້າງ​ຈຳລອງ​ຄ້າຍ​ກອງພັນ​ທີ II ຜາ​ວົງ​ປິ​ລ້ອມ.

     ວັນ​ທີ 20-21 ມີນາ 2017 ນີ້. ກົມ​ວິທະຍາສາດ-ປະຫວັນ​ສາດ ການ​ທະຫານ ກະຊວວງປ້ອງ​ກັນ​ປະ​ເທດ ​ເຊິ່ງນຳ​ໂດຍ​ສະ​ຫາຍ ພັນ​ເອກ ວຽງ​ໄຊ ສົມ
​ວິຈິດ ຫົວໜ້າກົມ ​ແລະສະຫາຍ ພັນ​ເອກ ຄຳ​ມ່ວນ ​ເລືອ​ງວັນຫຼ້າ ຮອງ​ຫົວໜ້າຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ. ມີ​ສະຫາຍ​ຫົວໜ້າກອງ​ບັນຊາ​ການ​ທະ
ຫານ​ແຂວງ ຊຽງຂວາງ ພ້ອມ​ດ້ວຍ​ບໍລິສັດ ຄູນ​ທະ​ວົງ ກໍ່ສ້າງ​ຄົບ​ວົງ​ຈອນ​ ​​​ແລະພະນັກງານ​ວິຊາ​ການກ່ຽວຂ້ອງ​ເຂົ້າ​ຮ່ວມ.

​     ການລົງ​ສຳຫຼວດພື້ນ​ທີ່​ກໍ່ສ້າງ​ປະຕິສັງຂອນ​ຄືນ​ຄ້າຍ​ກອງພັນ​ທີ II ຜ່າ​ວົງ​ປິດ​ລ້ອມ. ​​ແມ່ນ​ມອບ​ໃຫ້​ບໍລິສັດ ຄູນ​ທະ​ວົງ ກໍ່ສ້າງ​ຄົບ​ວົງ​ຈອນ ​ເປັນ​ຜູ້​ສຳຫຼວດ
ອອກ​ແບບ​ຄິດ​ໄລ່​ໂດຍ​ໃຫ້​ຖືກຕ້ອງ​ ​ເພື່ອ​ຈຳລອງ​ໃຫ້​ມີ​ຮູບຊົງ​ຄ້າຍ​ຄື​ປະຫວັດສາດ​ຄ້າຍ​ກອງພັນ​ທີ II ​ໃນ​ເມື່ອ​ກ່ອນ ຕາມ​ຮ່ອງ​ຮອຍ ​ແລະການ​ໃຫ້​ຄວາມ​ກະ
ຈ່າງ​ແຈ້ງ​ຂອງ​ພະຍານ​ປະ​ຫັວດສາດ ​ໃນ​ນັ້ນ​ແມ່ນ​ຈະ​ໄດ້​ສ້າງ​ຄ້າຍ​ສຳນັກ​ກອງພັນ​ທີ II, ສ້າງ​ບັນດາ​ກອງຮ້ອຍ​ທີ່​ຂຶ້ນ​ກັບ. ສ້າງ​​ເສັ້ນ​ທາງ​ຍ່າງ​​ໄປ​ຫາ​ສູ່ກັນ, ສ້າງ
​ເຮືອນຄົວ, ​ເຮືອນ​ກີ​ນ​ເຂົ້າ, ສ້າງ​ສະຖານ​ທີ​ປະດັບ​ຊັ້ນ, ສ້າງ​​​ຮູບ​ລອຍ​ໂຕ ​ແລະຮູບ​ນູນ, ປັບປຸງ​ຄືນ​ໂຄ້ງຫຼັງຄາ​ຫໍ​ມູນ​ເຊື້ອນອກຈາກ​ນີ້ ຍັງ​ຈະ​ໄດ້​ສ້າງ​ສີ່​ງອຳນວຍ
​ຄວາມ​ສະດວກຕ່າງໆ ​ເປັນ​ຕົ້ນ​ລະບົບ​ນຳ້ ​ແລະລະບົບ​ໄຟຟ້າ, ຫ້ອງ​ນ້ຳ​ໃຫ້​ມີ​ຄວາມ​ສະດວກ​ສະບາຍ ​ເພ່ືອ​ຮັບຮອງ​ນັກ​ທ່ອງ​ທ່ຽວພາຍ​ໃນ ​ແລະຕ່າງປະ​ເທດ
​ເຂົ້າທ່ຽວຊົມ.

 
                   ຮູບ​ຈຳລອງ​ທີ່​ຄ້າຍຄື​ປະຫວັດສາດ​ຄ້າຍ​ກອງພັນ​ທີ II                    

     ໃນ​ໂອກາດ​ນີ້ ສະຫາຍ ພັນ​ເອກ ວຽງ​ໄຊ ສົມ​ວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ຍັງ​ໄດ້​ເນັ້ນໜັກ​ໃຫ້​ແຕ່​ລະອາ​ນຸກຳມະການ
ຈົ່ງ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ທຸກ​ວຽກທີ່​ມີ​ການ​ກໍ່ສ້າງຕ້ອງ​ໃຫ້​ຕິດ​ພັນ​ກັບ​ປະຫວັດສາດ​ມູນ​ເຊື້ອ. ພາຍຫຼັງສຳຫຼວດອອກ​ແບບ​ສຳ​ເລັດ​ຕ້ອງ​ຜ່ານ
​ຂັ້ນ​ເທີ​ງ​ເພື່ອ​ອະນຸມັດ​ເຫັນ​ດີ​​ແລ້ວ ​ຈີ່​ງມອບ​ໃຫ້​ລົງມື​ກໍ່ສ້າງ​. ​ເພື່ອ​​ເປັນຜົນງານ​ຂໍ່າ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ກອງທັບ ປະຊາຊົນ​ລາວ​ຄົບຮອບ 70 ປີ.ທີ່​ຈະ​ມາ​
ເຖິງ ​ໃຫ້​ເປັນ​ຂະ​ບວນການ​ພົດ​ຟື້ນ ​ແລະ​ມີ​ເນື້ອ​ໃນ​ຄວາມໝາຍ​ເລິກ​ເຊິ່ງ.