ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດການແຂ່ງຂັນກີລາບານສົ່ງຂໍ່ານັບຮັບຕ້ອນວັນປະຫວັດສາດຂອງພັກ, ຂອງຊາວໜຸ່ມ

     ໃນວັນທີ 24 ມີນາ 2017 ນີ້, ຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດ ຈັດຕັ້ງແຂ່ງຂັນກີລາບານ ສົ່ງຊາວໜຸ່ມຊາຍ-ຍິງ ຊີງຂັນຫົວໜ້າກົມໃຫຍ່
ການເມືອງກອງທັບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ ແລະວັນສ້າງຕັ້ງຄະນະຊາວໜຸ່ມປະຊາ
ຊົນປະຕິວັດລາວ ຄົບຮອບ 62 ປີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້
ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະ ຊວງປ້ອງກັນປະເທດ ແລະພັນເອກ ສົມພົງ ແພງປັນຍາ ຫົວໜ້າຫ້ອງການຊາວໜຸ່ມກະຊວງປ້ອງກັນປະເທດ ພ້ອມ
ດ້ວຍຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກົມໃຫຍ່, ຄະນະນຳນັກກີລາແຕ່ລະກົມກອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ວັນທອງ ກອງມະນີ ເຂົ້າຮ່ວມການແຂ່ງຂັນກີລາບານສົ່ງ
ຂໍ່ານັບຮັບຕ້ອນວັນປະຫວັດສາດຂອງພັກ, ຂອງຊາວໜຸ່ມ

     ການຈັດຕັ້ງແຂ່ງຂັນກີລາບານສົ່ງຊາຍ-ຍິງໃນເທື່ອນີ້ ມີທິມຊາວໜຸ່ມຊາຍຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບ ແລະ
ກົມໃຫຍ່ພະລາທິການກອງທັບ ສຳລັບທິມຊາວໜຸ່ມຍິງມີ: ກົມໃຫຍ່ການເມືອງກອງທັບ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະວິທະຍາຄານ
ເຕັກນິກການທະຫານ.

     ຜົນຂອງການແຂ່ງຂັນທິມຊະນະເລີດບານສົ່ງຊາຍໄດ້ແກ່ ທິມຊາວໜຸ່ມກົມໃຫຍ່ເສນາທິການກອງທັບ, ຮອງຊະນະເລີດອັນດັບໜຶ່ງໄດ້ແກ່ຫ້ອງວ່າການ
ກະຊວງປ້ອງກັນປະເທດ ແລະອັນດັບສາມໄດ້ແກ່ກົມໃຫຍ່ພະລາທິການກອງທັບ. ທິມຊະນະເລີດບານສົ່ງຍິງໄດ້ແກ່ທິມຊາວໜຸ່ມກົມໃຫຍ່ການເມືອງກອງ
ທັບ, ຮອງຊະນະເລີດອັນດັບໜຶ່ງໄດ້ແກ່ວິທະຍາຄານເຕັກນິກ-ການທະຫານ ແລະ ອັນດັບສາມໄດ້ແກ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.