ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 941 ຈັດພິທີເປີດຊຸດອົບຮົມ ປະຈຳປີ 2017

     ໃນເດືອນກຸມພາ 2017 ຜ່ານມາ, ກອງພັນໃຫຍ່ 941 ໄດ້ຈັດພິທີເປີດຊຸດອົບຮົມການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະວິຊາການ
ປ່າໄມ້ ປະຈຳປີ 2017 ພາຍໃຕ້ການເປັນປະທານຂອງ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ເປັນກຽດເຂົ້າ
ຮ່ວມຂອງ ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະຜູ້ຕາງໜ້າ
ບັນດາກົມກອງຂຶ້ນກັບເຂົ້າຮ່ວມ.

                                                                         
                                                                                                       ກອງພັນໃຫຍ່ 941 ຈັດພິທີເປີດຊຸດອົບຮົມ ປະຈຳປີ 2017

     ການເປີດຊຸດອົບຮົມຫັດແອບໃນຄັ້ງນີ້ ແມ່ນໄດ້ອີງໃສ່ແຜນການອົບຮົມຫັດແອບ ປະຈຳປີ 2017 ຂອງກອງພັນໃຫຍ່ 941 ເພື່ອເປັນການອົບຮົມຫັດ
ແອບປັບປຸງລະບຽບແບບແຜນເຝິກຝົນກຳລັງກາຍ ປະຈຳປີ 2017 ໃນນັ້ນລວມມີການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະວິຊາການປ່າໄມ້,
ພາກທິດສະດີ ແລະປະຕິບັດຕົວຈິງ, ລວມທັງໝົດ 120 ວັນ.