ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ຜາລົມ ລິນທອງ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງພັນໃຫຍ່ 702

     ໃນວັນທີ 23 ກຸມພາ 2017 ທີ່ຜ່ານມາ, ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລົງພົບປະໂອ້ລົມພະນັກ
ງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 702. ໂດຍມີ ພັນໂທ ຄຳຫຼ້າ ສິມມະວົງ ເລຂາຄະນະພັກ ຫົວໜ້າການເມືອງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກ
ງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຮັບຟັງ.

                                                                       
                                                                                 ພົນຈັດຕະວາ ຜາລົມ ລິນທອງ ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 702

     ການພົບປະໂອ້ລົມຂອງຮອງຫົວໜ້າກົມໃຫຍ່ການເມືອງໃນຄັ້ງນີ້ ກ່ອນອື່ນໄດ້ຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບກອງພັນໃຫຍ່ 702 ທີ່ໄດ້ປະກອບ
ສ່ວນໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ປະກອບສ່ວນປ້ອງກັນເວນຍາມຂອບເຂດທີ່ກົມກອງຮັບຜິດຊອບມີຄວາມສະຫງົບ
ໂດຍພື້ນຖານ ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ທີ່ລາວໄດ້ຮັບກຽດເປັນເຈົ້າພາບມີຄວາມສະຫງົບປອດໄພ 100% ການປັບປຸງກໍ່ສ້າງ
ກົມກອງສ້າງກອງທັບໃຫ້ເປັນກອງທັບທີ່ເຂັ້ມແຂງທັນສະໄໝ ແລະມີຜົນສຳເລັດເປັນກ້າວໆໃນໄລຍະຜ່ານມາ. ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ນັກ
ຮົບທຸກຄົນຈົ່ງເອົາໃຈໃສ່ເພີ່ມທະວີສຶກສາອົບຮົບການເມືອງ-ນຳພາແນວຄິດໃຫ້ເຂັ້ມແຂງໜັກແໜ້ນ. ກໍ່ສ້າງຮາກຖານຕາມທິດນຳ 4 ເນື້ອໃນ 4 ຄາດ
ໝາຍ ນຳເອົາແນວທາງນະໂຍບາຍຂອງພັກລົງສູ່ຮາກຖານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາຮອບດ້ານ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານ
ເຕັກນິກວິຊາສະເພາະ ເພື່ອຮັບປະກັນໃຫ້ແກ່ການເຝິກແອບຂອງເຫຼົ່າລົບມີຄວາມປອດໄພສູງ ແລະມີຜົນສຳເລັດ.