ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານ ປ້ອງກັນພາຍໃນ ແລະ ການສ້າງກອງ 3 ປອດ

     ໃນວັນທີ 24 ກຸມພາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງເປີດກອງປະຊຸມສະຫຼຸບວຽກງານປ້ອງກັນພາຍໃນ ແລະການສ້າງກອງ 3
ປອດ ປະຈຳສົກປີ 2015-2016 ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຫົວໜ້າກົມ, ຮອງກົມ, ຫ້ອງການ, ພະແນກການ ຕະຫຼອດຮອດພະນັກງານທີ່ເຮັດວຽກ
ງານປ້ອງກັນພາຍໃນເຂົ້າຮ່ວມ.

                                                                                      
                                                                      ພົນຈັດຕະວາ ປະສິດ ທ່ຽງທຳ ເປັນປະທານກອງປະຊຸມສະຫຼຸບວຽກງານປ້ອງກັນພາຍໃນແລະການສ້າງກອງ 3 ປອດ

     ພັນໂທ ຄຳພັນ ເຊໃຫຍ່ ທຸມມະແສງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນການຊີ້ນຳ-ນຳພາຂອງຄະນະພັກ-ຄະ
ນະບັນຊາກົມກອງຮາກຖານແຕ່ລະຂັ້ນໄດ້ເປັນເຈົ້າຕົນເອງຄຸ້ມຄອງສະພາບການເມືອງພາຍໃນ, ກຳໄດ້ແໜ້ນທຸກການເຄື່ອນໄຫວຂອງພະນັກງານ-ນັກຮົບ
ແລະສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆ ເປັນເຈົ້າການນຳພາຈັດຕັ້ງປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບຢ່າງຮັດກຸມ, ເຮັດໃຫ້ສະ
ພາບແນວຄິດການເມືອງຂອງພະນັກງານ-ນັກຮົບທົ່ວກົມໃຫຍ່ເສນາທິການກອງທັບມີ ແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ. ສ່ວນວຽກ
ງານປ້ອງກັນພາຍໃນຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນວ່າ: ຄະນະພັກ-ຄະນະບັນຊາກົມກອງຮາກຖານໄດ້ຖືເອົາການສ້າງກົມ
ກອງ 3 ປອດເປັນບັນຫາສຳຄັນແຕ່ລະກົມກອງໄດ້ພ້ອມກັນຜັນຂະຫຍາຍຄຳສັ່ງແນະນຳຂອງກົມໃຫຍ່ການ ເມືອງກອງທັບ ກໍຄືຄຳສັ່ງແຈ້ງການຂອງກົມ
ໃຫຍ່ເສນາທິການກອງທັບມາເປັນມະຕິແຜນການ ແລະເປີດຂະບວນການຢ່າງເປັນລະບົບຄົບຊຸດ ໂດຍຕິດພັນກັບການສ້າງກົມກອງຮາກຖານເຂັ້ມແຂງ
ໜ່ວຍພັກຮູ້ນຳພາຮອບດ້ານຢ່າງເປັນຂະບວນການຟົດຟື້ນ. ຈາກຜົນງານດັ່ງກ່າວນັ້ນທົ່ວກົມໃຫຍ່ເສນາທິການກອງທັບສາມາດຕີລາ ຄາແບ່ງຜົນໄດ້ໃນ
ການສ້າງກອງ 3 ປອດ ໃນນີ້ມີຂັ້ນກົມກອງເຫຼົ່າຮົບ 198 ຫົວໜ່ວຍ, ປະເພດ 1 ມີ 178 ຫົວໜ່ວຍ, ປະເພດ 2 ມີ 20 ຫົວໜ່ວຍ ແລະຂັ້ນກົມໃຫຍ່
ເສນາທິການກອງທັບມີ 55 ກົມກອງ ໃນນີ້ປະເພດ 1 ມີ 22 ກົມກອງ, ປະເພດ 2 ມີ 22 ກົມກອງ, ປະເພດ 3 ມີ 6 ກົມກອງ.

     ໃນໂອກາດສະຫຼຸບຖອດຖອນບົດຮຽນວຽກງານດັ່ງກ່າວ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ໂອ້ລົມ ແລະເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ
ບັນດາກົມກອງສຶບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານ-ນັກຮົບຢູ່ພາຍໃນກົມກອງຂອງຕົນມີຄວາມເຊື່ອໝັ້ນຕໍ່ການ
ນຳພາຂອງພັກ, ມີນໍ້າໃຈບໍລິສຸດສັດຊື່ຕໍ່ປະເທດຊາດມີລະບຽບວິໄນເຂັ້ມງວດ ປະຕິບັດທຸກມະຕິຄຳສັ່ງຂອງພັກຂອງກອງທັບ.