ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບສະຫຼຸບວຽກງານຮອບດ້ານປະຈຳປີ 2019


ສະຫາຍພົນໂທສຸວອນເລືອງບຸນມີກຳມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2019 ແລະ ວາງທິດທາງແຜນການປີ 2020 ຂຶ້ນໃນ ວັນທີ 23-24 ມັງກອນ
2020 ນີ້, ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ກົມກອງອ້ອມຂ້າງພ້ອມດ້ວຍພະນັກງານນັກຮົບທົ່ວກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.

     ສະຫາຍ ພັນເອກ ອຸ່ນທອງ ບຸດສຸວັນ ຫົວໜ້າ ຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນເຖິງຜົນງານ, ດ້ານດີ, ຂໍ້ຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ
ໃນນີ້ ຄະນະພັກ-ຄະນະບັນຊາສົມທົບກັບກຳລັງຫຼວງ-ກຳລັງທ້ອງຖິ່ນຈັດຕັ້ງພະນັກງານ ຫັນລົງກໍ່ສ້າງຮາກຖານ ການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ພັດທະນາຊົນ
ນະບົດຮອບດ້ານ ແລະ ເຂດຈຸດສຸມຂອງ ກະຊວງປ້ອງກັນປະເທດ ໂດຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງແທດເຖິງເລິກເຊິ່ງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ
ນະພັກກະຊວງປ້ອງກັນປະເທດ ວາງອອກ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນ
ທ່ຽງກຳໄດ້ ແນວທາງນະໂຍບາຍຂອງພັກ-ລັດຂໍ້ກຳນົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ເຮັດໃຫ້ສະພາບພາຍໃນກົມກອງ ແລະ ຂອບເຂດບໍລິເວນຮັບ
ຜິດຊອບມີຄວາມສະຫງົບປອດໄພ 100%, ເອົາໃຈໃສ່ປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານຢ່າງຕັ້ງໜ້າ, ປັບປຸງກົມກອງຄ້າຍຄູໃຫ້ມີຄວາມຈົບງາມ, ຍົກລະດັບຄວາມຮູ້
ຄວາມສາມາດທາງດ້ານວິຊາສະເພາະຂອງພະນັກງານ-ນັກຮົບຢ່າງຕໍ່ເນື່ອງທັງກໍ່ສ້າງກັບທີ່ ແລະ ສົ່ງໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ອົບຮົມ-ຫັດແອບທາງດ້ານສິລະ
ປະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວ, ມີໄຫວພິກ ເພື່ອຕອບຕ້ານປາກົດການຫຍໍ້ທໍ້ຕ່າງໆ, ໄປຄວບຄູ່ກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການ
ເມືອງ ພັດທະນາຊົນນະບົດຮອບດ້ານ ໂດຍສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອກຳໄດ້ສະພາບການເຄື່ອນໄຫວຂອງອິດທິກຳລັງປໍລະປັກທີ່ບໍ່ຫວັງດີທຳລາຍມ້າງ
ເພລະບອບໃໝ່ຂອງພັກເຮົາ. ໃນນີ້ໄດ້ກໍ່ສ້າງເສັ້ນທາງຍຸດທະສາດ 31 ໂຄງການ, ເສັ້ນທາງເຂົ້າ ກົມກອງ 21 ໂຄງການ, ມອບ-ຮັບ ມີ 9 ໂຄງການ, ເອົາໃຈໃສ່ແກ້ໄຂ ແລະ
ປົກປັກຮັກສາຄວາມສະຫງົບ ຕາມບໍລິເວນກົມກອງຮັບຜິດຊອບ ແລະ ຕາມຊາຍແດນຕ່າງໆ, ແກ້ໄຂບັນຫາການຍົກຍ້າຍຖິ່ນຖານ, ການລັກລອບຂຸດຄົ້ນຊັບພະຍາກອນ
ທຳມະຊາດ, ຄ້າຂາຍສິ່ງຜິດກົດໝາຍ, ຢາເສບຕິດ ແລະ ອື່ນໆ. ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດເຂົ້າຊ່ວຍ ເຫຼືອຜົນກະທົບໄພທຳມະຊາດ ຢູ່ພາກກາງ ແລະ
ພາກໃຕ້ຈຳ ນວນພົນເຂົ້າຮ່ວມ 5.749 ສະຫາຍ, ວຽກງານອົງການຈັດຕັ້ງມະຫາຊົນໄດ້ຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງເປັນຂະບວນຟົດ
ຟື້ນແລະມີຜົນສຳເລັດ, ໃນນີ້ສາມາດຄັດເລືອກແບ່ງປະເພດກົມກອງດີເດັ່ນປະຈຳປີ 2019 ມີ ປະເພດ 1 ໄດ້ຮັບທຸງໄຊ ກົມກອງດີເດັ່ນກອງພັນ 587, ປະເພດ 2 ກອງພັນ
588, ປະເພດ 3 ກອງພັນ203 ແລະ ພ້ອມທັງຜ່ານເນື້ອໃນຂໍ້ແຂ່ງຂັນ ໃນທົ່ວກົມໃຫ່ຍເສນາທິການ ກອງທັບພາຍໃຕ້ຄຳຂວັນຮັກຊາດ ແລະ ພັດທະນາ. ນອກຈາກນັ້ນ
ຍັງໄດ້ເອົາໃຈ​ໃສ່ເພີ່ມພູນຜະລິດ ຜົນປູກຝັງ-ລ້ຽງສັດແກ້ໄຂຊີວິດ ການເປັນຢູ່ຕາມທ່າແຮງບົ່ມຊ້ອນຂອງກົມກອງໂດຍປະຕິບັດຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ພ້ອມນີ້ກອງປະຊຸມຍັງໄດ້ປະ
ກອບຄຳຄິດຄຳເຫັນຢ່າງກົງໄປ ກົງມາໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າຕື່ມອີກ.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ຈົ່ງພ້ອມກັນເພີ່ມທະວີວຽກງານການສຶກສາອົບຮົມການ
ເມືອງແນວຄິດເປັນກົກຕິດພັນກັບໜ້າທີ່ ວິຊາສະເພາະອົງການ ແລະ ກົມກອງຂອງຕົນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າ
ໃນແຜນງານອັນລະອຽດຂອງກົມກອງຕົນ ໃຫ້ເປັນຮູບປະທຳ, ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ຮາກຖານກົມກອງໃຫ້ແຂງແຮງ ຕິດຕາມສະພາບການເຄື່ອນໄຫວ
ອິດທິກຳລັງປໍລະປັກ ກໍ່ໃຫ້ເກີດ ຄວາມບໍ່ສະຫງົບຢູ່ຮາກຖານ ແກ້ໄຂໄດ້ຢ່າງຂາດຕົວ, ເອົາໃຈໃສ່ອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ມີປະສິດທິພາບ
ສູງຂຶ້ນ ຕາມເງື່ອນໄຂສະພາບການໃໝ່ ແລະ ຕອບສະໜອງໄດ້ຕາມໜ້າທີ່ການເມືອງ ຂອງກອງທັບ, ເພື່ອພ້ອມກັນເຮັດສຳເລັດໜ້າວຽກງານຂອງຕົນທີ່ໄດ້ຮັບມອບໝາຍ
ໃຫ້ມີຜົນສຳເລັດ ແລະ ປາກົດຜົນເປັນຈິງ.