ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດໂຄງການຄົ້ນຄວ້າວິທະຍາສາດ, ປະຫວັດສາດ
ແລະ ຍຸດທະສາດການທະຫານປະຈຳປີ 2018


ພົນຕີ ທອງລອຍ ສິລິວົງ ເຂົ້າຮ່ວມພິທີປິດໂຄງການຄົ້ນຄວ້າວິທະຍາສາດ,
ປະຫວັດສາດແລະ ຍຸດທະສາດການທະຫານປະຈໍາປີ 2018

     ພິທີປິດໂຄງການຄົ້ນຄວ້າວິທະຍາສາດ, ປະຫວັດສາດ ແລະ ຍຸດທະສາດການທະຫານ ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 25 ມັງກອນນີ້, ໂດຍການເຂົ້າຮ່ວມຂອງ
ທ່ານ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ,  ມີຄະນະນໍາກົມໃຫຍ່, ຫ້ອງວ່າ
ການກະຊວງ, ພະນັກງານປະຕິວັດອາວຸໂສ, ນັກວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພັນເອກ ສຸລິວັນ ແສງຈັນ ຂຶ້ນຜ່ານບົດສະຫຼຸບໂຄງການຄົ້ນຄວ້າວິທະຍາສາດ,
ປະຫວັດສາດ ແລະຍຸດທະສາດການທະຫານ ປະຈໍາປີ 2018

     ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານບົດສະຫຼຸບໂຄງການຄົ້ນຄວ້າວິທະຍາສາດ, ປະຫວັດສາດ ແລະ
ຍຸດທະສາດການທະຫານ ປະຈໍາປີ 2018 ເຊິ່ງນັບແຕ່ໄດ້ຮັບການມອບໝາຍຈາກກະຊວງປ້ອງກັນປະເທດ ກົມ ວສ-ປສ ການທະຫານ ຄະນະຮຽບຮຽງ,ນັກຂຽນ ແລະ ວິ
ຊາການທຸກພາກສ່ວນກໍໄດ້ເອົາໃຈໃສ່ປະກອບສ່ວນເຮັດສຳເລັດໜ້າທີ່ຕາມແຜນການ, ໂດຍໄດ້ສົມທົບ ແໜ້ນກັບບັນດາກົມກອງທ້ອງຖິ່ນ, ກອງບັນຊາການຂອງບັນດາ
ແຂວງທີ່ກ່ຽວຂ້ອງ, ແຕ່ງຕັ້ງບັນດາຂະແໜງ ຮັບຜິດຊອບສະເພາະໃນການຊອກຫາຂໍ້ມູນ, ຂ່າວສານ, ຄົ້ນຄວ້າພົບປະພະຍານປະຫວັດສາດ, ພ້ອມທັງໄດ້ຈັດຕັ້ງສຳມະນາ
ປະກອບຄຳຄິດເຫັນໃສ່ໂຄງຮ່າງຄົ້ນຄວ້າ, ກຳນົດບັນດາເຫດການ, ສະຖານທີ່ຮ່ອງຮອຍປະຫວັດສາດແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນບັນດາເຜ່ົາ ອັນໄດ້ສ້າງ
ເງື່ອນໄຂອຳນວຍຄວາມສະດວກໃຫ້ຄະນະຮັບຜິດຊອບໄດ້ເຮັດສຳເລັດໜ້າທີ່ໃນການຄົ້ນຄວ້າດ້ວຍຄຸນນະພາບສູງ ເຊິ່ງໄດ້ຮັບຜົນສຳເລັດລວມມີ 9 ໂຄງການຄື: ໂຄງ
ການຄົ້ນຄວ້າຂຽນ, ຮຽບຮຽງ ແລະ ຈັດພິມ “ບັ້ນເຄື່ອນໄຫວບຸກໂຈມຕີປົດປ່ອຍເມືອງໃໝ່ແຂວງອັດຕະປືວັນທີ 29 ເມສາ 1970”, ໂຄງການຄົ້ນຄວ້າຂຽນ, ຮຽບຮຽງ
ແລະ ຈັດພິມ “ບັ້ນຮົບບຸກໂຈມຕີປົດປ່ອຍອາໂນ-ຕົງເຊີ ວັນທີ 7 ມັງກອນ 1966”, ໂຄງການຄົ້ນຄວ້າ, ຮຽບຮຽງ ແລະ ຈັດພິມ “ເອກະສານກ່ຽວກັບການເຄື່ອນໄຫວສູ້
ຮົບຢູ່ສະໜາມຮົບທົ່ງໄຫຫີນ-ຊຽງຂວາງ ໃນສະໄໝຕ່ໍສູ້ຕ້ານກັບຈັກກະພັດອາເມຣິກາ ປີ 1971-1972”, ໂຄງການຂຽນ, ປັບປຸງ ແລະ ຮຽບຮຽງປື້ມປະຫວັດສາດກອງ
ທັບປະຊາຊົນລາວຄົບ ຮອບ 70 ປີ, ໂຄງການວັດຈະນານຸກົມຄໍາສັບການທະຫານລາວ ແມ່ນໂຄງການວິທະຍາສາດການທະຫານເລີ່ມຕົ້ນໂຄງການແຕ່ປີ 2013 ລວມ
ມີ 1.081 ໜ້າ, ມີ 4.000 ຄຳສັບ, ໂຄງການຄົ້ນຄວ້າຍຸດທະສາດການທະຫານຂຽນ-ຮຽບຮຽງປື້ມປົກຂາວ “ນະໂຍບາຍປ້ອງກັນຊາດຂອງ ສປປ ລາວ” ຄັ້ງທີ IV, ໂຄງ
ການຂຽນເອກະສານຄຳຖາມ-ຄຳຕອບ ເພື່ອຕ້ານຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງປໍລະປັກ, ໂຄງການເອກະການ “ຮັບປະກັນວຽກງານສື່ສານ-ເອເລັກ
ໂຕຣນິກ” ໃຫ້ການສູ້ຮົບຍຸດທະສາດໃນວຽກງານປ້ອງກັນຊາດໃນໄລ ຍະໃໝ່ ແລະ ໂຄງການຄົ້ນຄວ້າຍຸດທະສາດສົມທົບກັບເສດຖະກິດກັບປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ໃນຂະບວນວິວັດພັດທະນາເສດຖະກິດຂອງແຂວງໄຊຍະບູລີໃນສະພາບການໃໝ່. ໝາກຜົນດັ່ງກ່າວກໍຍ້ອນຄະນະນຳກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ
ປະທານສະພາວິທະຍາສາດຂັ້ນກະຊວງ ແລະ ຄະນະຮັບຜິດຊອບຊີ້ນຳໂດຍກົງຕໍ່ໂຄງການດັ່ງກ່າວທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ, ທັງແມ່ນໝາກຜົນແຫ່ງການສູ້
ຊົນບຸກບືນຜ່ານຜ່າທຸກອຸປະສັກຄວາມຫຍຸ້ງຍາກດ້ວຍຄວາມຮັບຜິດຊອບສູງ, ສຳລັບປື້ມດັ່ງກ່າວນັ້ນແມ່ນໄດ້ຈັດພິມເປັນປື້ມສົມບູນຈະນຳໄປແຈກຢາຍໃຫ້ກວ້າງຂວາງ
ເພື່ອນຳໃຊ້ເປັນເອກະສານຮັບໃຊ້ການຮຽນຢູ່ບັນດາວິທະຍາຄານ, ໂຮງຮຽນໃນກອງທັບ ພ້ອມກັນນັ້ນ ກໍເພື່ອສ້າງເປັນເອກະສານສຶກສາມູນເຊືຶ້ອການປະຕິວັດ, ການສູ້ຮົບ
ມີໄຊໃຫ້ແກ່ຮຸ່ນສືບທອດໄດ້ຮໍ່າຮຽນເອົາແບບຢ່າງເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ. ຈາກນັ້ນກໍໄດ້ລົງນາມເຊັນມອບຮັບເຊິ່ງກັນ ແລະ ກັນ ລະຫວ່າງທ່ານ ພົນຕີ
ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ
ປະຫວັດສາດ ການທະຫານກອງທັບ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.


ລົງນາມເຊັນມອບຮັບເຊິ່ງກັນແລະກັນ ລະຫວ່າງທ່ານພົນຕີທອງລອຍສິລິວົງ ແລະທ່ານ ພົນຈັດຕະວາວຽງໄຊສົມວິຈິດ

     ໂອກາດນີ້, ທ່ານ ພົນຕີ ທອງລອຍ ສິລິວົງ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ຄະນະພັກ-ຄະນະບັນ ຊາກົມວິທະຍາສາດປະຫວັດສາດ ການທະຫານ ແລະ ນັກວິ
ຊາການທຸກພາກສ່ວນ ເພື່ອເປັນແນວທາງໃນການສືບຕໍ່ຄົ້ນຄວ້າບົດວິທະຍາສາດ ຫຼື ບົດວິທະຍານິພົນໃນຫົວຂໍ້ຕ່າງໆໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ. ໂອກາດດຽວກັນ
ນີ້ ຍັງໄດ້ຈັດຕັ້ງຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 70 ປີ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນທົ່ວກົມ ວສ-ປສ, ໃນນັ້ນ
ບຸກຄົນໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II ຈໍານວນ 9 ສະຫາຍ ແລະ 1 ກົມກອງ, ຊັ້ນ III ຈໍານວນ 16 ສະຫາຍ ແລະ 2 ກົມກອງ, ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈໍານວນ
15 ສະຫາຍ ແລະ 4 ກົມກອງ, ຊັ້ນ III ຈໍານວນ 46 ສະຫາຍ ແລະ 1 ກົມກອງ, ໄດ້ຮັບຫຼຽນກາແຮງງານຈໍານວນ 47 ສະຫາຍ, ໄດ້ຮັບໃບຍ້ອງຍໍລັດຖະບານມີ 15 ສະ
ຫາຍ, ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດມີ 9 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບມີ 7 ສະຫາຍ.


ພາບລວມພາຍໃນພິທີປິດໂຄງການຄົ້ນຄວ້າວິທະຍາສາດ, ປະຫວັດສາດແລະ ຍຸດທະສາດການທະຫານປະຈໍາປີ 2018