ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮມຊຸມນຸມເພື່ອສະເຫຼີມສະຫຼອງມູນເຊື້ອ ວັນທະຫານອາສາສະໝັກ ແລະ ຊ່ຽວຊານ
ຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອການປະຕິວັດລາວຄົບຮອບ 70 ປີ


     ໃນວັນທີ 26 ທັນວາ 2019 ນີ້, ຢູ່ຫໍວັດທະນະທຳແຫ່ງຊາດລາວ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງມູນເຊື້ອວັນ
ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອການປະຕິວັດລາວ ຄົບຮອບ 70 ປີ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນ
ຄຳ ວິພາວັນ ກໍາມະການກົມການເມືອງສູນການພັກ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະ
ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ໂງ ຊວນ ລິກ ກຳມະການກົມການ
ເມືອງ ສູນກາງພັກຄອມມູນນິດ ຫວຽດນາມ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາການນຳຂັ້ນສູງຂອງພັກ-ລັດ ແລະ ກອງທັບ
ຂອງສອງປະເທດ ລາວ-ຫວຽດນາມ ຕະຫຼອດຮອດອາດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ເຂົ້າຮ່ວມ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນກ່າວຄຳປາໄສຕໍ່ພິທີ ເຊິ່ງມີບາງຕອນກ່າວວ່າ: ເມື່ອຫວນຄືນມູນເຊື້ອແຫ່ງສາຍພົວພັນພິເສດ ລາວ-ຫວຽດນາມ,
ຫວຽດນາມ-ລາວ, ພວກເຮົາສຸດທີ່ມີຄວາມເອກອ້າງ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ພາຍໃຕ້ການນໍາພາຂອງ ພັກຄອມມູນິດອິນດູຈີນ ທີ່ສ້າງຕັ້ງໂດຍ ປະທານ
ໂຮ່ຈີມິນ ຜູ້ຍິ່ງໃຫຍ່ໃນປີ 1930, ການຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບໄຊຊະນະເປັນກ້າວໆ ມາຕໍ່ໜ້າສະພາບ
ການທີ່ຂ້ຽວຂາດຄືແນວນັ້ນ, ໂດຍເຫັນໄດ້ເຖິງຄວາມຈໍາເປັນ ໃນການຮ່ວມມືຕ້ານສັດຕູຜູ້ຮຸກຮານໂຕດຽວ, ປະທານໂຮ່ຈີມິນ, ປະທານ ໄກອນ ພົມວິຫານ ແລະ ປະທານ
ສຸພານຸວົງ ໄດ້ຕົກລົງສ້າງສາຍສໍາພັນສູ້ຮົບ ລາວ-ຫວຽດນາມ ໃນປີ 1946 ແລະ ປະຕິບັດຕາມຄໍາສັ່ງສອນຂອງ ປະທານ ໂຮ່ຈິິມິນ ທີ່ວ່າ: “ ຊ່ວຍເພື່ອນແມ່ນຊ່ວຍຕົນເອງ
” ລູກຫຼານຜູ້ປະເສີດຂອງປະຊາຊົນ ຫວຽດນາມ ເປັນຈໍານວນຫຼາຍແສນຄົນ ໄດ້ຕັດສິນໃຈຂ້າມສາຍພູຫຼວງທີ່ຍິ່ງໃຫຍ່ ເພື່ອປະຕິບັດ ພັນທະສາກົນຢູ່ລາວ, ບັນດານາຍ
ແລະ ພົນທະຫານຂອງ ຫວຽດນາມ ໄດ້ກິ້ງເກືອກລີເລືອກັບກອງທັບ, ນັກຮົບປະຕິວັດ ແລະ ປະຊາຊົນລາວ ເພື່ອຕີເອົາຊະນະກັບສັດຕູຜູ້ຮຸກຮານຕ່າງຊາດ, ຍ້ອນມີການປະ
ສານສົມທົບທີ່ແໜ້ນແຟ້ນ ແລະ ການເສຍສະຫຼະຢ່າງໃຫຍ່ຫຼວງຂອງນັກຮົບ ປະຕິວັດຂອງສອງປະເທດ, ໄດ້ຕີຖອຍສັດຕູໃນບັ້ນຮົບຕ່າງໆ, ເຖິງວ່າວັນເວລາຜ່ານໄປຫຼາຍ
ທົດສະວັດແລ້ວ, ສອງປະເທດພວກເຮົາໄດ້ພ້ອມກັນສ້າງສັງຄົມຕາມທິດສັງຄົມນິຍົມມາເປັນເວລາ 40 ກວ່າປີ ແລ້ວ, ແຕ່ຄວາມຊົງຈໍາ, ຄວາມຮູ້ບຸນຄຸນຂອງພັກ, ລັດ
ຖະບານ ແລະ ປະຊາຊົນລາວຕໍ່ຜົນງານ, ຄຸນງາມຄວາມດີ ແລະ ການປະກອບສ່ວນເສຍສະຫຼະອັນໃຫຍ່ ຫຼວງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງຕໍ່ພາ
ລະກິດປະຕິວັດຂອງລາວ ບໍ່ມີວັນຈະຈືດຈາງ, ຍັງຄົງຝັງເລິກໃນດວງໃຈຂອງປະຊາຊົນລາວ ສະເໝີມາ.

     ດັ່ງພວກຂ້າພະເຈົ້າຕີລາຄາ ສູງຕໍ່ການປະກອບສ່ວນອັນໃຫຍ່ ຫຼວງຂອງການນໍາຮຸ່ນກໍ່ຕັ້ງຂອງ ສອງປະເທດ, ປະທານ ໂຮ່ຈິມິນ,ປະທານ ໄກສອນ ພົມວິຫານ ແລະ ປະ
ທານ ສຸພາ ນຸວົງ ໄດ້ເປັນ ຜູ້ສ້າງສາຍພົວພັນພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ການພົວພັນນັ້ນ ໄດ້ຜ່ານ ການທົດສອບດ້ວຍເລືອດເນື້ອ ຂອງນັກຮົບ, ປະ
ຊາຊົນສອງປະເທດ ບົນແປວໄຟຂອງສົງຄາມທີ່ດຸເດືອດ, ຂ້ຽວຂາດ ແລະ ໄດ້ຮັບການເສີມຂະຫຍາຍ, ສືບທອດໂດຍການນໍາ ແລະ ນັກຮົບປະຕິວັດຮຸ່ນຕໍ່ໆມາຂອງສອງປະ
ເທດ ເຊິ່ງປັດຈຸບັນໄດ້ກາຍ ເປັນມໍລະດົກລວມທີ່ລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງ ປະເທດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງພາ
ລະກິດປະຕິວັດຂອງສອງປະເທດພວກເຮົາ.

     ຈາກນັ້ນ ສະຫາຍ ພົນເອກ ໂງ ຊວນລິກ ໄດ້ຂຶ້ນກ່າວຄຳປາໄສ ຕໍ່ພິທີວ່າ: ນັບຕັ້ງແຕ່ມື້ເລີ່ມກຳເນີດກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ປະຕິ
ບັດໜ້າທີ່ສາກົນຊ່ວຍເຫຼືອ ການປະຕິວັດລາວ, ເຊິ່ງ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ ເປັນຜູ້ເອົາໃຈໃສ່ເປັນພິເສດ, ເຝິກຝົນຫຼໍ່ຫຼອມ,
ເພິ່ນໄດ້ສັ່ງ ສອນພະນັກງານ-ນັກຮົບ “ ຕ້ອງໄດ້ປະຕິບັດການນໍາພາຂອງ ລັດຖະບານ ລາວ, ເດັດຂາດບໍ່ໃຫ້ຖືໂຕເອງສູງ, ບໍ່ອວດອົ່ງທະ ນົງຕົວ, ບໍ່ຕ້ອງປົກປິດຄວາມ ຜິດ
ຂອງຕົນ, ຕ້ອງໄດ້ສາມັກຄີກັບພະນັກງານ-ນັກຮົບ ແລະ ປະຊາຊົນລາວຕ້ານສັດຕູໂຕດຽວກັນ ”. ນີ້ແມ່ນປະຫວັດສາດ ທີ່ສຳຄັນອັນໃຫຍ່ຫຼວງຂອງປະຊາຊົນສອງຊາດ
ຫວຽດນາມ-ລາວ ພວກເຮົາສຸດທີ່ມີຄວາມ ພາກພູມໃຈໃນຕະຫຼອດເດືອນ, ປີທີ່ກອງທັບ ແລະ ປະຊາຊົນສອງຊາດໄດ້ຄຽງບ່າຄຽງໄຫຼ່ນໍາກັນ, ຮ່ວມສຸກຮ່ວມທຸກ-ເຂົ້າ
ເມັດຫັກຜັກເສັ້ນໜຶ່ງກໍແບ່ງປັນກັນ, ຮ່ວມຂຸມຄອງດຽວກັນ, ຮ່ວມກັນສູ້ຮົບ, ຮ່ວມກັນເສຍສະຫຼະເພື່ອກ້າວໄປສູ່ວັນໄຊຊະນະອັນສົມບູນ, ນັ້ນແມ່ນປະຫັວດສາດຄວາມ
ສາມັກຄີ, ຮ່ວມສຳພັນສູ້ຮົບແບບພິເສດ ຫວຽດນາມ-ລາວ ເຊິ່ງໃນນັ້ນແມ່ນຜົນສໍາເລັດຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ພ້ອມກັບກອງທັບ ແລະ
ປະຊາຊົນລາວບັນດາເຜົ່າແມ່ນ ເປັນຂີດໝາຍທີ່ໃສແຈ້ງຢ່າງແທ້ຈິງ. ຜ່ານພົ້ນໄປແຕ່ໄຊຊະນະອັນຍິ່ງໃຫ່ຍຂອງນໍ້າໃຈສາມັກຄີ, ຮ່ວມສໍາພັນສູ້ຮົບແບບພິເສດຂອງກອງທັບ
ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈະເປັນອໍາມະຕະ ຕະຫຼອດໄປ. ເປັນສັນຍາລັກສົດໃສຂອງລັດທິວິລະຊົນປະຕິວັດ ແລະ ກາຍປັນຄວາມຈິງຂອງກໍາລັງສາ ມັກ
ຄີສາກົນ, ນັ້ນແມ່ນພື້ນຖານທີ່ແໜ້ນໜາເພື່ອສອງຊາດ ຫວຽດນາມ-ລາວ ສືບຕໍ່ພ້ອມກັນພັດທະນາ ແລະ ກ້າວຂຶ້ນສູ່ເສັ້ນທາງສັງຄົມນິຍົມ.