ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນລາວເປີດນຳໃຊ້ໂຮງງານຕັດຫຍິບແຫ່ງທີ 2


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານພິທີເປີດນຳໃຊ້ໂຮງງານຕັດຫຍິບເລກ 2 ຂອງກອງທັບປະຊາຊົນລາວ

     ພິທີເປີດນຳໃຊ້ໂຮງງານຕັດຫຍິບເລກ 2 ຂອງກອງທັບປະຊາຊົນລາວ ໄດ້ຈັດຂຶ້ນວັນທີ 25 ທັນວາ 2018 ນີ້, ຢູ່ທີ່ໂຮງງານຕັດຫຍິບເລກ 2 ກອງທັບ, ບ້ານບໍ່ເມືອງໄຊ
ແຂວງອຸດົມໄຊ, ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ມີຄະນະພັກ-ຄະນະບັນຊາຈາກ
ບັນດາກົມກອງ, ຕົວແທນຈາກກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ກົມກອງທ້ອງຖິ່ນແຂວງອຸດົມໄຊ, ພະນັກງານວິຊາການໃນທົ່ວໂຮງງານຕັດຫຍິບ ແລະ ພະນັກ
ງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ທ່ານ ແກ້ວຫຼ້າ ຂັນຕິພົງສະຫວັດ ປະທານບໍລິສັດແກ້ວປະເສີດກ່ໍສ້າງ ໄດ້ຂ້ຶນລາຍງານຫຍໍ້ກ່ຽວກັບສະພາບການກໍ່ສ້າງໂຮງງານຕັດຫຍິບເລກ 2 ກອງທັບປະ
ຊາຊົນລາວ, ພ້ອມທັງກ່າວມອບໃຫ້ກົມອຸປະໂພກ-ບໍລິໂພກນຳໃຊ້, ເຊິ່ງໂຄງການດັ່ງກ່າວແມ່ນໄດ້ລົງມືກໍ່ສ້າງມາຕັ້ງແຕ່ວັນທີ 9 ເມສາ 2014, ມີເນື້ອທ່ີທັງໝົດ 3,8 ເຮັກ
ຕາ ແລະ ແບ່ງເປັນ 3 ພັກ ໃນການກໍ່ສ້າງພັກທີ 1 ແມ່ນມີອາຄານໂຮງງານຕັດຫຍິບ, ຫ້ອງການຂອງພະນັກງານ, ສາງເຄື່ອງ, ຮ້ານຄ້າ ແລະ ລະບົບສາທາລະນຸປະໂພກອ່ືນໆ
ແມ່ນໄດ້ສ້າງສຳເລັດ 100%, ພັກທີ 2 ມີສະໂມສອນ, ເຮືອນພັກພະນັກງານ, ເຮືອນລ້ຽງເດັກແມ່ນກໍ່ສ້າງສຳເລັດ 100%, ສ່ວນພັກທີ 3 ແມ່ນຈັດສັນການກໍ່ສ້າງເຮືອນວິ
ຊາການ, ເຮືອນຄົວ-ເຮືອນກິນເຂົ້າ, ຫ້ອງນໍ້າລວມ, ເຮືອນມ້ຽນລົດ ແລະ ສາງເຊື້ອໄຟກໍ່ສ້າງສຳເລັດໄປແລ້ວ 70% ແລະ ຍັງຈະສືບຕໍ່ເຮັດໃຫ້ສຳເລັດໂດຍໄວ. ລວມມູນຄ່າ
ການກໍ່ສ້າງທັງໝົດ 35,9 ຕື້ກີບ. ໂຮງງານແຫ່ງນີ້ເປັນໂຮງງານຕັດຫຍິບແຫ່ງທີ 2 ຂອງກອງທັບ, ທີ່ມີຄວາມທັນສະໄໝສາມາດຜະລິດເຄື່ອງນຸ່ງຫົ່ມໄດ້ຫຼາກຫຼາຍແບບ
ແລະ ມີປະສິດທິຜົນສູງ ເພື່ອຮັບໃຊ້ໃຫ້ແກ່ກອງທັບ ແລະ ສັງຄົມທົ່ວໄປ. ພ້ອມດຽວກັນນີ້ ພັນເອກ ບຸນແຍງ ວິໄລສົມ ຫົວໜ້າກົມອຸປະໂພກ-ບໍລິໂພກກົມໃຫຍ່ພະລາທິ
ການກອງທັບ ໄດ້ຂຶ້ນກ່າວຮັບເອົາໂຄງການກໍ່ສ້າງດັ່ງກ່າວເພື່ອເປີດນຳໃຊ້ເຂົ້າໃນການຜະລິດ ແລະ ປົກປັກຮັກສາ ຊົມໃຊ້ໃຫ້ເກີດປະໂຫຍດສູງສຸດ.

     ໃນໂອກາດດັ່ງກ່າວ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ
ທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊກໍໄດ້ຂຶ້ນຕັດແຖບຜ້າລິບບິນເພື່ອເປີດນຳໃຊ້ໂຮງງານຕັດຫຍິບເລກ 2 ກອງທັບ
ຢ່າງເປັນທາງການ.