ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມກົດລັບສຳເລັດກອງປະຊຸມສະຫຼຸບວຽກງານຮອບດ້ານໄລຍະ 5 ປີ


     ໃນວັນທີ 26 ພະຈິກ 2020 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ສຳເລັດກອງ ປະຊຸມສະຫຼຸບວຽກງານຮອບດ້ານໃນໄລຍະ 5 ປີ ແລະ
ວາງທິດທາງແຜນການ 5 ປີ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ
ກົມໃຫຍ່ເສນາທິການ ກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ພະນັກງານປະຕິວັດອາວຸໂສບຳນານ, ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຫ້ອງ
ການ, ໂຮງຮຽນ, ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວເຫຼົ່າຮົບກົດລັບເຂົ້າຮ່ວມ.

     ສະຫາຍ ພັນເອກ ອຳພອນ ທະວີໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ ກ່າວວ່າ: ໃນໄລຍະດໍາເນີນກອງ ປະຊຸມສະຫຼຸບຖອດຖອນ
ບົດຮຽນ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ຂອງເຫຼົ່າຮົບກົດລັບຄັ້ງນີ້ ເຫັນວ່າຄະນະພັກ-ຄະນະບັນຊາ ກົມກອງກໍໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າປະ
ກອບຄຳຄິດເຫັນເຂົ້າໃນບົດສະຫຼຸບຢ່າງມີວິໄສທັດ ແລະ ມີເນື້ອໃນກົງໄປກົງມາ ເຮັດໃຫ້ບົດສະຫຼຸບມີເນື້ອໃນ ຄົບຖ້ວນສົມບູນ ພ້ອມນີ້ຍັງໄດ້ ຜ່ານແຜນ
ການສູ້ຊົນໃນ 5 ປີຕໍ່ໜ້າ ໃນນີ້ຄະນະພັກ-ຄະນະບັນຊາກົມ ຈະຍົກສູງຄວາມຮັບຜິດຊອບ ໃນການເພີ່ມທະວີສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ຕໍ່
ພະນັກງານ-ນັກຮົບ ໃນກົມກອງ ໃຫ້ມີທາດແທ້ການເມືອງໜັກແໜ້ນ, ຍົກສູງຄວາມຮັບຜິດຊອບວິຊາສະເພາະ ຂອງຕົນຄົ້ນຄວ້າຜະລິດບັນດາເອກະສານ
ເຕັກນິກວິຊາສະເພາະ ໃຫ້ສາມາດຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ, ຮັບປະກັນວຽກງານເຂົ້າ ແລະ ແກ້ລະຫັດ, ຮັບ-ສົ່ງຄໍາ
ສັ່ງ ຂອງຂັ້ນເທິງ ໃຫ້ມີຄວາມປິດລັບ, ຊັດເຈນ ທັນເວລາ ແລະ ຮັບປະກັນຄວາມປອດໄພ ພ້ອມທັງ ເອົາໃຈໃສ່ວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ ໃຫ້ມີ
ຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ສ້າງເງື່ອນໄຂ ໃຫ້ພະນັກງານ ໄດ້ໄປຍົກລະດັບນັບທັງ ວຽກງານນໍາພາ-ບັນ
ຊາ ແລະ ວຽກງານວິຊາສະເພາະ ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ສ້າງຕົນເອງ ໃຫ້ກາຍເປັນພະນັກງານ ທີ່ ມີຄວາມເຊື່ອ
ໝັ້ນ,ໄວ້ວາງໃຈ ຂອງພັກ-ລັດ, ຂັ້ນເທິງ, ຈັດຕັ້ງຮໍ່າຮຽນການເມືອງ, ການທະຫານ ແລະ ວິຊາສະເພາະໃຫ້ຊຳນິຊຳນານ, ປະຕິບັດມະຕິຄໍາສັ່ງ, ຂໍ້ກໍານົດ ກົດ
ລະບຽບ 7 ລະບອບ 18 ວຽກ ຂອງກອງທັບ ຢ່າງເຂັ້ມງວດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກ ເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີ
ແບບແຜນນໍາພາ, ມີຄວາມສາມັກຄີ ເປັນເອກະພາບ ພາຍໃນຢ່າງແໜ້ນແຟ້ນ. ຕັ້ງໜ້າປັບປຸງເຫຼົ່າຮົບກົມກອງສ້າງກົມກອງ ໃຫ້ກາຍເປັນກອງປອດໃສ ເຂັ້ມ
ແຂງ ໜັກແໜ້ນ ເປັນກອງ 3 ປອດ, ກອງວັດທະນະທໍາ, ນໍາໃຊ້ທ່າແຮງ, ກໍາລັງແຮງ ຂອງກົມກອງ ເພື່ອພັດທະນາກົມກອງ ເຮັດໃຫ້ກົມກອງ, ສາມາດກຸ້ມ
ຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ.

     ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານຂໍ້ກໍານົດຂອງກົມກົດລັບວ່າ ດ້ວຍວຽກງານຄຸ້ມຄອງເຕັກນິກ ລະຫັດກົດລັບ (ສະບັບປັບປຸງ 2020) ແລະ ຄຳແນະນຳ
ວ່າດ້ວຍ ການຈັດຕັ້ງປະຕິບັດຂໍ້ກຳນົດ ວຽກງານຄຸ້ມຄອງເຕັກນິກ ລະຫັດກົດລັບ (ສະບັບປັບປຸງ 2020).