ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມໄອຍະການທະຫານຂັ້ນສູງ​ ເສີມ​ຂະຫຍາຍ​ບົດ​ບາດ​ເປັນ​ກຳລັງ​ແຮງ​ຂອງ​ກົມ​ກອງ


ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ​ເປັນ​ປະທານ

     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະບໍລິຫານງານ ຊາວໜຸ່ມຮາກຖານໄອຍະການທະຫານຂັ້ນສູງ ທີ່ຈັດຂຶ້ນໃນວັນທີ 26 ກັນຍານີ້,
ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຮອງໄອຍະການ ປະຊາຊົນສູງສຸດ, ຫົວໜ້າ ໄອຍະການທະຫານຂັ້ນສູງ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ແລະ ເນັ້ນໜັກໃຫ້ ຄະ
ນະບໍລິຫານງານ ຊາວໜຸ່ມ ຮາກຖານໄອຍະການທະຫານຂັ້ນສູງ ເພີ່ມທະວີບົດບາດການຊີ້ນຳ-ນຳພາເຮັດໃຫ້ສະມາຊິກຊາວໜຸ່ມ ສາມາດເສີມຂະຫຍາຍພາລະບົດບາດ
ເປັນກຳລັງແຮງ ໃນທຸກຂົງເຂດວຽກງານ, ເອົາໃຈໃສ່ສຸມສະຕິປັນຍາຄວາມຮູ້, ຄວາມສາມາດຂອງຕົນເຮັດສຳເລັດໜ້າທີ່ວິຊາສະເພາະ ແລະ ເຮັດດ້ວຍຄວາມຮັບຜິດຊອບ
ສູງ ເພື່ອຮັບປະກັນໃຫ້ຖືກຕ້ອງ, ຍຸຕິທໍາ ແລະ ສອດຄ່ອງຕາມກົດໝາຍ, ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກ່າວຫາຂຶ້ນ
ສານທະຫານ ຕາມພາລະບົດບາດໜ້າທີ່ຂອງກົມກອງ.

     ສະຫາຍ ຫົວໜ້າໄອຍະການ ທະຫານຂັ້ນສູງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະບໍລິຫານງານຊາວໜຸ່ມຮາກຖານ ອົງການໄອຍະການທະຫານຂັ້ນສູງ ໄດ້ເອົາ
ໃຈໃສ່ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມ ດ້ວຍຫຼາຍຮູບການໂດຍພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຈາກ ຄະນະພັກຮາກຖານອົງການ
ໄອຍະການທະຫານຂັ້ນສູງ ແລະ ພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ ການເມືອງກອງທັບ ທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາອົງການຈັດຕັ້ງຊາວໜຸ່ມ ທີ່ນອນໃນຄວາມ
ຮັບຜິດຊອບຂອງຕົນເຊັ່ນ: ການຄົ້ນຄວ້າ, ເຊື່ອມຊຶມບັນດາເອກະສານມູນເຊື້ອປະຕິວັດຂອງຊາດ, ຂອງພັກ, ຂອງກອງທັບ ແລະ ກົດໝາຍໃນແຕ່ລະໄລຍະໂດຍສະເພາະ
ແມ່ນ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ ກະຊວງປ້ອງກັນປະເທດ ວາງອອກກໍຄື: ຄໍາຂວັນ 3 ມີ 4 ຮັບປະກັນຂອງ ອົງການໄອຍະການປະຊາຊົນ ແລະ ຂໍ້ແຂ່ງຂັນ 4 ບຸກຂອງ
ຊາວໜຸ່ມໃຫ້ເປັນແຜນການ, ແຜນງານອັນລະອຽດ ແລະ ແທດເໝາະກັບໜ້າທີ່ ການເມືອງ ຂອງຕົນສາມາດສົ່ງເສີມໄດ້ດ້ານຕັ້ງ ໜ້າ, ແກ້ໄຂດ້ານຄົງຄ້າງ ແລະ ປາກົດການ
ຫຍໍ້ທໍ້ທີ່ເກີດຂຶ້ນຢ່າງທັນເວລາ. ຈາກສະພາບການດັ່ງກ່າວເຮັດໃຫ້ພະນັກງານສະມາຊິກພັກກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດ
ລະບຽບການຂອງ​ກອງທັບ.

     ຈາກຜົນງານທີ່ຍາດມາໄດ້ໃນ 5 ປີຜ່ານມາເຮັດໃຫ້ສະມາຊິກ ຊາວໜຸ່ມ ຫຼາຍສະຫາຍໄດ້ຮັບການຍ້ອງຍໍຊົມເຊີຍ ຈາກການຈັດຕັ້ງພັກ-ລັດຂັ້ນເທິງ, ໃນນັ້ນໄດ້ຮັບ
ຫຼຽນໄຊແຮງງານຊັ້ນ II ມີ 5 ສະຫາຍ ແລະ ຊັ້ນ III ມີ 19 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ມີ 1 ສະຫາຍ, ຫຼຽນກາແຮງງານ 27 ສະຫາຍ, ຫຼຽນກາ 70 ປີ ຂອງ
ກອງທັບ 15 ສະຫາຍ, ສະມາຊິກຊາວໜຸ່ມ ໄດ້ຮັບໃບຍ້ອງຍໍ3 ມີ 4 ຮັບປະກັນຈາກອົງການໄອຍະການປະຊາຊົນສູງສຸດ 19 ສະຫາຍ ແລະ ໃບ ຊົມເຊີຍ 6 ສະຫາຍ, ໄດ້
ຮັບໃບຢັ້ງຢືນ ຊາວໜ່ວຍ ໜຸ່ມນໍາໜ້າ 4 ບຸກ 5 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ 84 ໃບ.