ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຮ່ວມມືແກ້ໄຂບັນຫາຊາຍແດນ ​ແລະ ບັນຫາ​ຢາ​ເສບ​ຕິດ ລາວ-ໄທ
ຄວາມ​ຄືບໜ້າ ​ແລະ ​ເປັນ​ລະບຽບຮຽບຮ້ອຍ​ດີ​ຂື້ນ


     ໃນລະຫວ່າງ ວັນທີ 19-23 ສິງຫາ 2019 ນີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ
ແລະ ປະທານ ຄະນະອານຸກໍາມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ພ້ອມຄະນະ, ໄດ້ເຂົ້າຮ່ວມ ກອງປະຊຸມຄະນະອານຸກໍາມະ
ການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2 ປະຈຳປີ 2019 (61) ແລະ ເຂົ້າຮ່ວມກອງປະຊຸມແກ້ໄຂບັນຫາຢາເສບຕິດຕາມ
ຊາຍແດນລາວ-ໄທ ຄັ້ງທີ 3, ທີ່ ແຂວງ ມຸກດາຫານ ຣາຊະອານາຈັກໄທ.

     ໃນໂອກາດນີ້ຄະນະຜູ້ແທນຝ່າຍ ລາວ ກໍໄດ້ຮັບການຕ້ອນຮັບຢ່າງສົມກຽດຈາກ ທ່ານ ພົນໂທ ຄໍາຣົນ ເຄຣືອວິຊະຍາຈານ ເຈົ້າ ກົມກິດຈະການຊາຍແດນທະຫານ ແລະ
ປະທານ ຄະນະອະນຸກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ພ້ອມຄະນະ.

     ໃນການພົບປະປຶກສາຫາລື ສອງຝ່າຍກໍໄດ້ຍົກໃຫ້ເຫັນການຮ່ວມມືຖານບ້ານໃກ້ເຮືອນຄຽງ ທີ່ດີລະຫວ່າງສອງຊາດສອງ ກອງທັບ ລາວ-ໄທ, ໄທ-ລາວ, ໄລຍະຜ່ານ
ມາພ້ອມທັງຕີລາຄາ ແລະ ແລກປ່ຽນສະພາບການທີ່ພົ້ນເດັ່ນ ທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລື ແລະ ສະຫຼຸບຕີລາຄາ
ຄືນຜົນຂອງການຮ່ວມມື ໃນການຮັກສາຄວາມສະຫງົບຮຽບຮ້ອຍ ຕາມບໍລິເວນຊາຍແດນ ແລະ ການພົວພັນຂອງສອງປະເທດ ລາວ ແລະ ໄທ ຕາມບົດບັນທຶກຂອງກອງ
ປະຊຸມຄະນະອານຸກໍາມະການ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 1 ປີ 2019 (60) ທີ່ແຂວງສະຫວັນນະເຂດ, ສປປ ລາວ
ໃນລະຫວ່າງວັນທີ 27-31 ມີນາ 2019, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າການພົວພັນຮ່ວມມືຂອງທັງສອງຝ່າຍໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ,
ບົນພື້ນຖານແຫ່ງຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງ ຕາມຊາຍແດນຂອງສອງປະເທດ ແລະ
ມີຄວາມເປັນລະບຽບຮຽບຮ້ອຍດີ.

     ສໍາລັບກອງປະຊຸມຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ 3 ເທື່ອນີ້, ທັງສອງຝ່າຍເຫັນດີຮ່ວມກັນ ໃຫ້ປະຕິບັດ
ຕາມບົດບັນທຶກຂອງກອງປະຊຸມຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງ ທີ 2 ເພື່ອເປັນທິດທາງໃນການປະຕິບັດງານຂອງຄະນະປະ
ຕິບັດງານຮ່ວມດັ່ງກ່າວ ໃຫ້ເກີດຜົນເປັນຮູບປະທໍາໂດຍໄວ ແລະ ກອງປະຊຸມຄັ້ງຕໍ່ໄປໃນປີ 2020 ຝ່າຍລາວຈະໄດ້ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ.

     ສໍາລັບການຮ່ວມມືໃນຕໍ່ໜ້າທັງສອງຝ່າຍ ແມ່ນຍັງຈະໄດ້ສືບຕໍ່ເປັນເຈົ້າການໃນການຈັດກອງປະຊຸມກອງເລຂານຸການຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 3 ແລະ ກອງປະຊຸມຄະນະອານຸກໍາມະການຮ່ວມມືຮັກສາຄວາມສະຫົງບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງ
ທີ 26 ແລະ ກອງປະຊຸມເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 4 ທີ່ຝ່າຍລາວ ຈະເປັນເຈົ້າພາບ.

     ພາຍຫຼັງສໍາເລັດ ກອງປະຊຸມປະທານຮ່ວມທັງສອງຝ່າຍ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນທັງສອງສະບັບຄື: ກອງປະຊຸມຄະນະອານຸກໍາມະການຮ່ວມມືຮັກ
ສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2/2019 (61) ແລະ ກອງປະຊຸມແກ້ໄຂບັນຫາຢາເສບ ຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 3, ທີ່
ແຂວງ ມຸກດາຫານ ຣາຊະອານາຈັກໄທ, ເພື່ອເປັນບ່ອນອີງໃຫ້ສອງຝ່າຍໃນການຈັດຕັ້ງປະຕິບັດ ໃນຂັ້ນຕອນຕໍ່ໄປ.