ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝົນຕົກໜັກຫຼາຍມື້ຕິດຕໍ່ກັນເປັນເຫດໃຫ້ນ້ຳຖ້ວມຢູ່ພາກໃຕ້ລາວ


ນ້ຳຖ້ວມໜັກແຂວງເຊກອງ

     ຕາມການລາຍງານຂອງປະຊາຊົນບ້ານໂພນຄຳ ເມືອງລະມານ ແຂວງເຊກອງ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 24-26 ກໍລະກົດ 2017 ນີ້, ເກີດມີຝົນ
ຕົກໃນລະດັບຄ່ອຍຫາແຮງຕິດຕໍ່ກັນຫຼາຍມື້ ຊຶ່ງເຮັດໃຫ້ລະດັບນ້ຳໃນສາຍຫ້ວຍຕ່າງໆທີ່ໄຫຼຜ່ານເທສະບານແຂວງເຊກອງ ໂດຍສະເພາະສາຍຫ້ວຍປາດຸກ
ເພີ່ມສູງຂຶ້ນເລື້ອຍໆ ຮອດເວລາປະມານ 21:00 ໂມງ ຂອງວັນທີ 25 ກໍລະກົດ ນ້ຳຈາກຫ້ວຍດັ່ງກ່າວໄດ້ໄຫຼເຂົ້າຖ້ວມເຮືອນ ແລະ ເນື້ອທີ່ການຜະລິດຂອງ
ປະຊາຊົນຈຳນວນໜຶ່ງໄດ້ຮັບຜົນເສຍຫາຍ ຈຶ່ງຕ້ອງໄດ້ຂົນເຄື່ອງໃຊ້ສອຍທີ່ຈຳເປັນຈາກທີ່ຢູ່ອາໄສໄປໄວ້ສະຖານທີ່ສູງ ແລະ ປອດໄພ.



ນ້ຳຖ້ວມບ້ານເຮືອນປະຊາຊົນ

     ຕໍ່ກັບເຫດການດັ່ງກ່າວ ທາງການນຳເມືອງລະມາມ ກໍຄືແຂວງເຊກອງ ໄດ້ສັ່ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳເອົາລົດຈົກໄປດຶງເອົາກິ່ງໄມ້ ແລະ ສິ່ງເສດເຫຼືອ
ຕ່າງໆທີ່ຂວາງທາງນ້ຳໄຫຼອອກຈາກຮູທໍ່ລະບາຍນ້ຳຕາມເສັ້ນທາງຊອຍ ເພື່ອເປັນການລະບາຍນ້ຳລົງສູ່ແມ່ນ້ຳເຊກອງ ຊຶ່ງປະຈຸບັນເຫັນວ່າລະດັບນ້ຳມີການລົດ
ລົງຕາມລຳດັບ.

ລົດຈົກ


ນ້ຳຖ້ວມທົ່ງນາປະຊາຊົນ

ນຳ້​ຖ້ວມ​ ບ້ານ​ລາດ ​ເມືອງສຸຂຸມ​ມາ ແຂວງຈຳປາສັກ