ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງກວດກາ
ໂຄງການກໍ່ສ້າງສະໜາມຍິງປືນຍຸດທະວິທີອາຊຽນ

     ໃນວັນທີ 25 ກໍລະກົດ 2017 ນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຜູ້ຊີ້ນຳໂຄງການກໍ່ສ້າງສະໜາມຍິງ
ປືນຍຸດທະວິທີອາຊຽນ ໄດ້ລົງກວດກາສະໜາມຕົວຈິງ.


ພົນຕີ ຈັນທອງ ສອນຕະອາດ ລົງກວດກາໂຄງການກໍ່ສ້າງສະໜາມຍິງປືນຍຸດທະວິທີອາຊຽນ

     ໂດຍມີ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນຳໂຄງການກໍ່ສ້າງໂຄງການໄດ້ລາຍງານສະ
ພາບໂດຍຫຍໍ້ວ່າ: ໂຄງການກໍ່ສ້າງສະໜາມຍິງປືນຍຸດທະວິທີອາ ຊຽນຂອງກອງທັບປະຊາຊົນລາວນີ້ແມ່ນໄດ້ຮັບທຶນການຊ່ວຍເຫຼືອລ້າຈາກກະຊວງປ້ອງກັນ
ປະເທດ ສ.ປ ຈີນ ສົມທົບກັບທຶນຂອງກະຊວງປ້ອງກັນປະເທດເຮົາຈຳນວນໜຶ່ງ ເຊິ່ງໄດ້ດຳເນີນການກໍ່ສ້າງຕົວຈິງມາແຕ່ຕົ້ນເດືອນມັງກອງ ປີ 2017 ມາ
ຮອດປັດຈຸບັນນີ້ແມ່ນໄດ້ສຳເລັດແລ້ວປະມານ 60% ຂອງແຜນການກໍ່ສ້າງທັງໝົດ ເຊິ່ງໂຄງການກໍ່ສ້າງສະໜາມຍິງປືນດັ່ງກ່າວລວມມີໜ້າວຽກສຳຄັນດັ່ງ
ນີ້ຄື: ກໍ່ສ້າງເສັ້ນທາງ ແລະ ຄອງລະບາຍນ້ຳ, ປັບເດີ່ນ ແລະ ປູກຕົ້ນໄມ້ກໍ່ສ້າງເຮືອນພັກນັກກີລາຈຳນວນ 7 ຫຼັງ, ເຮືອນຄົວ ແລະ ຫ້ອງອາຫານ 1 ຫຼັງ, ຜາມ
ໄຊ 1 ຫຼັງ, ສາງເກັບມ້ຽນອາວຸດ 4 ຫຼັງ, ສະໜາມກີລາບານເຕະ ແລະ ເດີ່ນເທນນິດ 2 ເດີ່ນ.

     ເມື່ອກໍ່ສ້າງສຳເລັດແລ້ວຈະມີຜົນດີຕໍ່ການເຝິກອົບຮົມຫັດແອບໃຫ້ແກ່ບັນດາກົມກອງທັງກຳລັງຫຼວງກຳລັງທ້ອງຖິ່ນທີ່ຢູ່ອ້ອມຂ້າງກະຊວງປ້ອງກັນປະ
ເທດ ໃນການນຳໃຊ້ອາວຸດຂະໜາດເບົາ ນອກນີ້ກໍເພື່ອເປັນສະໜາມເຝິກຊ້ອມໃຫ້ແກ່ນັກກີລາຍິງປືນດ້ານຍຸດທະວິທີອາຊຽນໃຫ້ມີຄວາມສະດວກຄ່ອງຕົວ
ດີໂດຍສະເພາະ ແມ່ນຈະໄດ້ນຳໃຊ້ເຂົ້າໃນການເປັນເຈົ້າພາບແຂ່ງຂັນກີລາຍິງປືນດ້ານຍຸດທະວິທີອາຊຽນໃນຕໍ່ໜ້າ ທີ່ກອງທັບປະຊາຊົນລາວເຮົາເປັນເຈົ້າ
ພາບໃຫ້ມີຄວາມພ້ອມໃນທຸກດ້ານ.