ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໃຫ້ພະນັກງານພັກ-ລັດ ຊຸດທີ XV

     ໃນວັນທີ 26 ມິຖຸນາ 2018 ນີ້, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປິດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບໃຫ້ພະນັກງານພັກ-ລັດ ຊຸດທີ XV ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ,
ລັດຖະມົນຕີກະຊວງປ້ອງກັນປະເທດ ມີຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກ, ກະຊວງປ້ອງກັນ
ຄວາມສະຫງົບ, ຄະນະອຳນວຍການ ຕະຫຼອດຮອດຄູອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປິດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກງານພັກ-ລັດ ຊຸດທີ XV

     ໃນພິທີ ພັນເອກ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກອົບຮົມຕົວຈິງເຫັນໄດ້ວ່າແຕ່
ລະສະຫາຍແມ່ນມີຄວາມຕັ້ງໃຈໃນການສຶກສາຄົ້ນຄວ້າເອກະສານ ສົມທົບກັບການສົນທະນາແລກປ່ຽນບົດຮຽນລະຫວ່າງນັກເຝິກອົບຮົມກັບຄູອາຈານ
ເຮັດໃຫ້ນັກເຝິກອົບ ຮົມແຕ່ລະສະຫາຍໄດ້ຮັບການຍົກລະດັບຄວາມຮູ້ເຂົ້າໃຈ, ສ້າງໄດ້ຈິນຕະນາການອັນໃໝ່, ໃນການສຳນຶກກ່ຽວກັບທິດສະດີ-ຫຼັກການ
ທັດສະນະແນວຄິດຂອງພັກຕໍ່ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່ ເຊິ່ງເປັນການປະກອບອັນສຳຄັນເຂົ້າໃນການປັບປຸງບູລະ
ນະ ແລະ ປະຕິບັດແນວທາງຂອງ ພັກ-ລັດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ ແລະ ຕ້ານການຮຸກຮານຂອງສັດຕູ ແນໃສ່ປົກ
ປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ການເຝິກອົບຮົມໃນຄັ້ງນີ້ແມ່ນໄດ້ດຳເນີນ
ມາແຕ່ວັນທີ 25 ເມສາ 2018 ເຊິ່ງມີນັກເຝິກອົບຮົມຈຳນວນ 30 ສະຫາຍ ມາຈາກບັນດາກະຊວງ ແລະ ແຂວງຕ່າງໆ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກຕໍ່ພະນັກງານພັກ-ລັດທີ່ສຳເລັດການເຝິກອົບຮົມໃນຄັ້ງນີ້ວ່າ: ຈົ່ງພ້ອມກັນນຳເອົາຜົນ
ສຳເລັດໃນເບື້ອງຕົ້ນດ້ານທິດສະດີ-ຫຼັກການບົດຮຽນພຶດຕິກຳຕົວຈິງຈາກຄູອາຈານຈັດຕັ້ງຜັນຂະຫຍາຍໃຫ້ເໝາະສົມສອດຄ່ອງກັບໜ້າທີ່ຕົວຈິງຢ່າງມີຫົວ
ຄິດປະດິດສ້າງ ເພື່ອເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສອດຫ້ອຍໄປໃນທຸກຂົງເຂດວຽກງານ, ຮັບປະກັນໃຫ້ ປະເທດຊາດມີຄວາມສະ
ຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ເສດຖະກິດ-ສັງຄົມໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.