ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນໃຫ້ນາຍທະຫານ
ຊັ້ນພັນຕີ ຂຶ້ນ ພັນໂທ ຈຳນວນ 323 ສະຫາຍ

.

     ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳ ນວນ 323 ສະຫາຍ ວັນທີ 26 ພຶດສະພາ 2020 ນີ້, ໂດຍການ
ເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ
ຄະນະພັກ-ຄະນະບັນຊາອົງການ, ຫ້ອງການ, ວິທະ ຍາຄານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ມີຄໍາເຫັນວ່າ: ການເລື່ອນຊັ້ນໃຫ້ນາຍທະຫານເປັນການປະຕິບັດຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ
(ສະບັບປັບປຸງ) ພາກທີ II ໝວດທີ 3 ມາດຕາ 22 ແລະ23 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານທີ່ມີມາດຖານເງື່ືືອນໄຂຄົບຖ້ວນ ແລະ ຮອດກຳນົດ ການເລື່ອນຊັ້ນ,
ທັງເປັນການມອບໝາຍໜ້າທີ່ໃຫ້ແຕ່ລະສະຫາຍເພີ່ມຂຶ້ນຕື່ມ, ຈາກນັ້ນກໍໄດ້ເນັ້ນໜັກໃຫ້ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ຈົ່ງ ສືບຕໍ່ເສີມຂະຫຍາຍຈຸດ
ດີຜົນງານ, ມູນເຊື້ອອັນດີງາມຂອງກົມກອງກໍຄືຂອງຕົນເອງເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ໄປພ້ອມກັນນັ້ນກໍຕ້ອງໄດ້ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້
ຂາດຕົວ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍ
ບາຍຂອງພັກ, ກົດໝາຍຂອງລັດກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ແລະ ນໍາມາຈັດຕັ້ງຜັນຂະ ຫຍາຍຢູ່ຂັ້ນຂອງຕົນໃຫ້
ສອດຄ່ອງ, ແຕ່ລະສະຫາຍຕ້ອງເປັນເຈົ້າການເຝິກຝົນຫຼໍ່ຫຼອມພັດທະນາຕົນເອງ ໃນທຸກດ້ານ ໂດຍສະເພາະທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ
ແບບແຜນວິທີເຮັດວຽກ ຂອງແຕ່ລະສະຫາຍ ໃຫ້ດີຂຶ້ນທຽບທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ບັນຫາສໍາຄັນແມ່ນ
ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ຂອງແຕ່ລະສະຫາຍທີ່ພັກ-ລັດມອບໝາຍ ໃຫ້ພ້ອມກັນກ້າວຂຶ້ນກາຍເປັນນາຍທະຫານທີ່ດີເດັ່ນ ເປັນກຳລັງຫຼັກແຫຼ່ງຂອງກອງທັບ
ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບໝັ້ນຄົງ.