ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງສະພາວິທະຍາສາດ-ປະຫວັດສາດ ຢູ່ກອງພັນໃຫຍ່ 641

     ວັນທີ 26 ເມສາ 2018 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດໄດ້ລົງເຄື່ອນໄຫວປະກາດການຈັດຕັ້ງສະພາວິທະ
ຍາສາດ-ປະຫວັດສາດ ການທະຫານ ຢູ່ກອງພັນໃຫຍ່ 641 ຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດແມ່ນໄດ້ແຕ່ງຕັ້ງ ພັນເອກ ນວນຕາ ທັນມະຈັກ ຫົວ
ໜ້າການທະຫານກອງພັນໃຫຍ່ 641 ເປັນປະທານສະພາວິທະຍາສາດ-ປະຫວັດສາດ, ແຕ່ງຕັ້ງ ພັນເອກ ສອນແກ້ວ ຜາລິນທອງ ຫົວໜ້າການເມືອງ ເປັນ
ຮອງປະທານ, ພັນໂທ ວັນເພັງ ສີລາວົງ ຫົວໜ້າຂະແໜງ ວສ-ປສ ການທະຫານ ເປັນຜູ້ປະຈຳການ ແລະ ແຕ່ລະພະແນກການອ້ອມຂ້າງ, ພາກສ່ວນກ່ຽວ
ຂ້ອງເປັນຄະນະ.


ພັນເອກ ວິຊຽນ ສີສະອາດ ເປັນປະທານປະກາດການຈັດຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານຢູ່ກອງພັນໃຫຍ່ 641

     ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ອີງໃສ່ທິດທາງການປັບປຸງບູລະນະການຈັດຕັ້ງສະພາວິທະ
ຍາສາດ-ປະຫວັດສາດຂັ້ນຮາກຖານ ໂດຍສະເພາະຢູ່ກອງພັນໃຫຍ່ 641 ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຮັບປະກັນເຄື່ອນໄຫວເຮັດສຳເລັດໜ້າທີ່
ໃນການເກັບກຳຂໍ້ມູນປະຫວັດສາດຂອງກົມກອງ ເພື່ອສັງຮວມຂຽນເປັນປື້ມປະຫວັດສາດຂອງກົມກອງຕົນ.

     ໂອກາດເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວ ທ່ານ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເນັ້ນ
ໜັກໃຫ້ສະພາວິທະຍາສາດ-ປະຫວັດສາດ ຊຸດໃໝ່ນີ້ ຈົ່ງກຳແໜ້ນທີ່ຕັ້ງພາລະບົດບາດສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ພ້ອມກັນເຮັດວຽກ
ເປັນໝູ່ຄະນະແບ່ງໜ້າທີ່ໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ຮັບປະກັນໃຫ້ແກ່ການເຮັດສຳເລັດໜ້າທີ່ໃນການເກັບກຳຂໍ້ມູນ ແລະ ຄົ້ນຄວ້າຂຽນປະຫວັດ
ສາດມູນເຊື້ອຂອງກົມກອງໃນແຕ່ລະໄລຍະ, ຂຽນຄືນຜົນງານບັ້ນຮົບບັ້ນຕີ, ນັກຮົບແຂ່ງຂັນ ແລະ ວີລະຊົນແຫ່ງຊາດທີ່ເກີດຂຶ້ນພາຍໃນກົມກອງໃນໄລຍະ
ຜ່ານມາໃຫ້ສຳເລັດ ເພື່ອສັງຮວມເປັນປື້ມປະຫວັດສາດກົມກອງໃຫ້ຖືກຕ້ອງມີເນື້ອໃນຄົບຖ້ວນ ແລະ ມີຄວາມຊັດເຈນ.