ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໜ່ວຍງານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ

     ກອງປະຊຸມໜ່ວຍງານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 7
(7th ADMM-Plus EWG on HMA) ທີ່ກອງທັບປະຊາຊົນລາວໄດ້ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2018, ຢູ່ໂຮງແຮມຊຽງ
ຂວາງວິວ ເມືອງແປກ ແຂວງຊຽງຂວາງ, ໂດຍການເປັນປະທານຮ່ວມຝ່າຍລາວ ໂດຍ ທ່ານ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງ
ປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍຣັດເຊຍ ໂດຍ ທ່ານ ພັນເອກ ເຊີເກ ແອບຣາມອບ (Sergei Abramov) ຫົວໜ້າກົມຊ່າງແສງ
ກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ, ມີຕາງໜ້າສູນເກັບກູ້ລະເບີດເພື່ອມະນຸດສະທຳອາຊຽນ, ອົງການເກັບກູ້ລະເບີດແມັກ ແລະ ພະນັກງານວິ
ຊາການຈາກ 17 ປະເທດອາຊຽນ-ບວກເຂົ້າຮ່ວມ.


ພັນເອກ ໄພວັນ ຈັນທະພົມມາ ເປັນປະທານກອງປະຊຸມໜ່ວຍງານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ

     ວຽກງານເກັບກູ້ລະເບີດເປັນວຽກງານໜຶ່ງທີ່ສຳຄັນ ເຊິ່ງເປັນສິ່ງທ້າທາຍຕໍ່ບັນດາປະເທດອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາອາຊຽນຈະຕ້ອງໄດ້ຮັບ
ມື ແລະ ໃຊ້ເວລາໃນການແກ້ໄຂບັນຫາດັ່ງກ່າວ, ສະນັ້ນກອງປະຊຸມຄັ້ງນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື
ກັບບັນດາປະເທດເພື່ອນມິດອາຊຽນ ແລະ ປະເທດຄູ່ເຈລະຈາໃນຕໍ່ໜ້າ ເພາະວ່າເປັນກອງປະຊຸມປຶກສາຫາລືວາງແຜນຂັ້ນຕົ້ນກ່ຽວກັບການເຝິກຊ້ອມຮ່ວມ
ພາກສະໜາມໃນວຽກງານເກັບກູ້ລະເບີດເພື່ອມະນຸດສະທໍາ ກັບໜ່ວຍງານຮັກສາສັນຕິພາບສາກົນ ແລະ ເປັນການແລກປ່ຽນບົດຮຽນ ແລະ ປະສົບການ
ໃນການກວດຄົ້ນ, ເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກ, ປຶກສາຫາລືການຮ່ວມມືວຽກງານເກັບກູ້ລະເບີດເພື່ອມະນຸດສະທໍາໃນພາກພື້ນ, ລວມເຖິງ
ການຮ່ວມມືກັບອົງການຈັດຕັ້ງສາກົນໃນວຽກງານການເກັບກູ້ລະເບີດ ກອງປະຊຸມຄັ້ງນີ້ຍັງປຶກສາຫາລືສ້າງເຫດການຈໍາລອງສໍາລັບການເຝິກຊ້ອມພາກສະ
ໜາມໃນປີ 2019 ທັງນີ້ກໍເພື່ອເຮັດໃຫ້ບັນດາປະເທດສະມາຊິກອາຊຽນ-ບວກ ເຫັນໄດ້ເຖິງຜົນກະທົບຂອງບັນຫາລະເບີດບໍ່ທັນແຕກ ໃນ ສປປ ລາວ.

     ໂອກາດນີ້ ພັນເອກ ໄພວັນ ຈັນທະພົມມາ ໃຫ້ຮູ້ວ່າກອງປະຊຸມໃນຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນໃນການເປີດກວ້າງການຮ່ວມມືກັບສາ
ກົນໃນຍຸກໃໝ່ ທັງເປັນການສືບຕໍ່ແຜນການ 3 ປີຂອງໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳທີ່ກອງທັບປະຊາຊົນລາວ ແລະ ກອງ
ທັບຣັດເຊຍທີ່ເປັນເຈົ້າພາບ ເຊິ່ງມີອາຍຸການແຕ່ປີ 2017-2020. ກອງປະຊຸມໃນຄັ້ງນີ້ໄດ້ເຊີນເອົາບັນດາການຈັດຕັ້ງທີ່ກ່ຽວຂ້ອງທາງພາຍໃນ ແລະ ສາກົນ
ເຂົ້າຮ່ວມເພື່ອແລກປ່ຽນປະສົບການບົດຮຽນໃນການເກັບກູ້ລະເບີດ ແລະ ສິ່ງເສດເຫຼືອຈາກສົງຄາມ ຍັງເປັນການກະກຽມຄັ້ງທຳອິດໃຫ້ແກ່ການເຝິກຊ້ອມ
ພາກສະໜາມທີ່ມີແຜນການຈະຈັດຂຶ້ນໃນປະເທດອິນໂດເນເຊຍ ໃນປີ 2019 ເຊິ່ງຈະເປັນປະທານໂດຍ 4 ປະເທດຄື: ອິນໂດເນເຊຍ, ອົດສະຕາລີ, ສປປ
ລາວ ແລະ ສະຫະພັນຣັດເຊຍ.