ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລາວ-ຣັດເຊຍ ສືບຕໍ່ການຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ


ຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງສປປລາວແລະກະຊວງປ້ອງກັນປະເທດແຫ່ງສະຫະພັນຣັດເຊຍ
ສໍາເລັດການເຄື່ອນໄຫວຢ້ຽມຢາມ, ສະຫຼຸບແລະຖອດຖອນບົດຮຽນການຮ່ວມມືກວດກູ້ແລະທໍາລາຍລະເບີດບໍ່ທັນແຕກ

     ໃນລະຫວ່າງວັນທີ 11-22 ມີນາ 2019, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ ໄດ້ສໍາເລັດ
ການເຄື່ອນໄຫວຢ້ຽມຢາມ, ສະຫຼຸບ ແລະ ຖອດຖອນບົດຮຽນກ່ຽວກັບການຮ່ວມມືປະຕິບັດການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງໃນສົກ 2018-2019
ແລະ ສໍາຫຼວດຂໍ້ມູນຢູ່ສະໜາມຕົວຈິງແຫ່ງໃໝ່ ເພື່ອສືບຕໍ່ການຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ບໍລິເວນສະໜາມບິນທີ່ຊຽງຂວາງໃນສົກ
2019-2020. ເຊິ່ງຄະນະຜູ້ແທນ ຝ່າຍລາວ ມີທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ແລະ ຝ່າຍຣັດເຊຍ ມີທ່ານ ພັນ
ເອກ ວີເດັນສະກີ ຊີຮະເກວາລີຣິວິດ ຫົວໜ້າພະແນກຈັດຕັ້ງ-ວາງແຜນກົມທະຫານຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນຣັດເຊຍ ເປັນຫົວໜ້າຄະນະ ພ້ອມດ້ວຍ
ນາຍທະຫານ ແລະ ພະ ນັກງານວິຊາການທີ່ກ່ຽວຂ້ອງຈາກທັງສອງຝ່າຍ.

     ອີງຕາມທິດຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກ່ຽວກັບການກໍານົດພື້ນທີ່ຈະສືບຕໍ່ຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ລະ
ຫວ່າງ ລາວ-ຣັດເຊຍ ໃນສົກ 2019-2020 ແລະ ອີງຕາມການລົງເຄື່ອນໄຫວສໍາຫຼວດຂໍ້ມູນສະໜາມຕົວຈິງ ເພື່ອສືບຕໍ່ການຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນ
ແຕກທີ່ຕົກຄ້າງຢູ່ບໍລິເວນສະໜາມບິນເມືອງແປກ ແຂວງຊຽງຂວາງ. ໃນວັນທີ 21 ມີນາ 2019 ນີ້, ສອງຝ່າຍໄດ້ຈັດກອງປະຊຸມຂຶ້ນທີ່ກົມພົວພັນຕ່າງປະເທດກະຊວງປ້ອງ
ກັນປະເທດ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ທ່ານ
ພັນເອກ ວີເດັນສະກີ ຊີຮະເກວາລີຣິວິດ ຫົວໜ້າຄະນະຜູ້ແທນຝ່າຍຣັດເຊຍ ແລະ ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມໄດ້ປຶກສາຫາລືກັນ ແລະ ເປັນເອກະພາບກັນຫຼາຍບັນຫາ, ໂດຍອີງໃສ່ຜົນສໍາເລັດ ແລະ ບົດບັນທຶກແຜນການຮ່ວມມືກັນຜ່ານມາ ເພື່ອເປັນພື້ນຖານໃຫ້
ແກ່ການສືບຕໍ່ແຜນການຮ່ວມມືໃນຕໍ່ໜ້າ. ໃນນັ້ນ, ບັນຫາສໍາຄັນທີ່ໄດ້ຕົກລົງກັນມີດັ່ງນີ້: ອີງໃສ່ການເຊື້ອເຊີນຂອງຝ່າຍລາວ, ຝ່າຍຣັດເຊຍຈະສົ່ງຄະນະວິຊາການມາເຮັດ
ວຽກຢູ່ລາວ ເພື່ອດໍາເນີນການສໍາຫຼວດທາງດ້ານເຕັກນິກ ໂດຍມີຈຸດປະສົງເພື່ອສ້າງແຜນການເຮັດວຽກ ຮ່ວມກັນກ່ຽວກັບການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ
ທີ່ຕົກຄ້າງຢູ່ສະໜາມບິນເມືອງແປກ ແຂວງຊຽງຂວາງ ສປປ ລາວ ໃນສົກ 2019-2020 ( ນັບແຕ່ເດືອນຕຸລາ 2019-ເດືອນມີນາ 2020 ).

     ຫຼັງຈາກນັ້ນ, ຜູ້ຕາງໜ້າຄະນະຜູ້ແທນທັງສອງຝ່າຍ ລາວ-ຣັດເຊຍ ໄດ້ຮ່ວມກັນລົງນາມບົດບັນທຶກການເຮັດວຽກຮ່ວມກັນ ໂດຍມີຄະນະຜູ້ແທນຂອງທັງສອງຝ່າຍ
ຮ່ວມເປັນສັກຂີພະຍານ.