ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເປີດກອງປະຊຸມປຶກສາຫາລື, ກະກຽມເຂົ້າຮ່ວມ
ງານແຂ່ງຂັນກີລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ແຂວງຈຳປາສັກ

     ໃນວັນທີ 23 ມີນາ 2017 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລື, ກະກຽມສົ່ງນັກກີລາເຂົ້າ
ຮ່ວມງານແຂ່ງຂັນກີລາມະຫາວິທະຍາໄລລາວຄັ້ງທີ II ທີ່ແຂວງຈຳປາສັກເປັນເຈົ້າພາບໃນປີ 2019 ໂດຍການເປັນປະທານຂອງ ພົນຈັດຕະວາ ຄຳຫຼ້າ
ພັນໄຊຍະສຸກ ຄະນະພັກກະຊວງ, ຫົວໜ້າການເມືອງ ວປກ, ມີ ພັນເອກ ບຸນເຕົ້າ ທອງມະນີລາ, ຄະນະນໍາກົມອົບຮົມກົມໃຫຍ່ເສນາທິການກອງທັບ,
ມີການນຳຈາກ 4 ວິທະຍາຄານ ແລະພະນັກງານ, ວິຊາການເຂົ້າຮ່ວມ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານກອງປະຊຸມປຶກສາຫາລື, ກະກຽມເຂົ້າຮ່ວມ
ງານແຂ່ງຂັນກີລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ ແຂວງ ຈຳປາສັກ

     ໃນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືກັນໃນບາງບັນຫາຄື: ຄົ້ນຄວ້າບຸກຄະລາກອນປະກອບໃສ່ຄະນະປະທານ ແລະຄະນະຮັບຜິດຊອບລວມ,
ຄົ້ນຄວ້າປະເພດກີລາເຂົ້າຮ່ວມໃນການແຂ່ງຂັນດ້ານງົບປະມານ, ດ້ານຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ການຈັດຕັ້ງກຳລັງເຂົ້າຮ່ວມ, ທັງນີ້ກໍ່ເພື່ອ
ເອກະພາບກັນໃນທຸກດ້ານ ແລະເຮັດໃຫ້ການເຂົ້າຮ່ວມງານໃນຄັ້ງນີ້ບັນລຸຕາມເປົ້າໝາຍທີ່ວາງໄວ້, ຍາດໃຫ້ໄດ້ລາງວັນຫຼາຍກວ່າເກົ່າ.

     ຕອນທ້າຍ ສະຫາຍປະທານກໍ່ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍເອົາໃຈໃສ່ ແຈ້ງຜົນຂອງກອງປະຊຸມທີ່ຄົ້ນຄວ້າເອກະພາບກັນໃຫ້ແຕ່ລະພາກສ່ວນຮັບຊາບ
ກ່ຽວກັບບັນດາໜ້າທີ່ພື້ນຖານຂອງບັນດາວິທະຍາຄານ ສ້າງໃຫ້ໄດ້ຄວາມເປັນເອກະພາບທາງດ້ານແນວຄິດ ພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມໄປ
ຜັນຂະຫຍາຍຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ.