ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູນເສຍອົງຄະພິເສດ 790 ຈັດພິທີລະນຶກ
ເຖິງວັນເສຍອົງຄະ ແລະ ເສຍສະຫຼະຊີວິດ ຄົບຮອບ 71 ປີ

     ວັນທີ 23 ມີນາ 2017, ສູນເສຍອົງຄະພິເສດ 790 ໄດ້ຈັດພິທີລະນຶກເຖິງວັນເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 71 ປີ
( 21 ມີນາ 1946-21 ມີນາ 2017) ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ
ແລະສະຫວັດດີການສັງຄົມ ແລະທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ບັນດາຄະນະອຳນວຍການໂຮງໝໍ
103, ພະນັກງານເສຍອົງຄະ, ພະນັກງານບຳນານ, ລັດຖະກອນທົ່ວສູນດັ່ງ ກ່າວເຂົ້າຮ່ວມ.


ພົນຈັດຕະວາ ປອ ຄຳແກ້ວ ສານບຸນຄູນໄຊ ເຂົ້າຮ່ວມພິທີລະນຶກເຖິງວັນເສຍອົງຄະ
ແລະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 71 ປີ

     ໃນພິທີ ທ່ານ ໂອ້ຍຄຳ ປານດາທອງ ຫົວໜ້າສູນເສຍອົງຄະພິເສດ 790 ໄດ້ຂຶ້ນອ່ານປະຫວັດຫຍໍ້ຂອງສູນເສຍອົງຄະພິເສດ 790 ເຊິ່ງສູນເສຍອົງຄະ
ພິເສດ 790 ໄດ້ສ້າງຕັ້ງຂຶ້ນໃນເດືອນ 7 ປີ 1990 ພາຍໃຕ້ການຊີ້ນຳ-ນຳພາຂອງກະຊວງປ້ອງກັນປະເທດ ສູນແຫ່ງນີ້ສ້າງຕັ້ງຂຶ້ນເພື່ອເຕົ້າໂຮມເອົາບັນດາພະ
ນັກງານທີ່ເສຍອົງຄະ ຍ້ອນການສູ້ຮົບຮັບໃຊ້ຊາດໃນສະໄໝເຮັດການປະຕິວັດຊາດປະຊາທິປະໄຕ ສູນແຫ່ງນີ້ກຳເນີດມາຈາກກອງ 18 ສູນກາງທີ່ຂຶ້ນກັບ
ເມືອງ ວຽງໄຊ ແຂວງ ຫົວພັນ ໃນປີ 1955, ມາຮອດປີ 1993 ເພື່ອຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານເສຍອົງຄະ,
ພະນັກງານປະຕິວັດອາວຸໂສໃຫ້ຖືກຕ້ອງ. ສະນັ້ນທາງຄະນະພັກກະຊວງປ້ອງກັນປະເທດ ຈິ່ງໄດ້ຕົກລົງເຫັນດີໂອນມອບສູນແຫ່ງນີ້ໃຫ້ຂຶ້ນກັບກະຊວງແຮງງານ
ແລະສະຫວັດດີການສັງຄົມ. ປັດຈຸບັນສູນເສຍອົງຄະພິເສດ 790 ມີພະນັກງານ 196 ຄົນ, ມີ 2 ຂະແໜງການ 4 ໜ່ວຍງານ 1 ໂຮງໝໍ ແລະໄດ້ເອົາໃຈ
ໃສ່ໃນການປະຕິບັດນະໂຍບາຍຕໍ່ຜູ້ເສຍອົງຄະພິເສດໃນຫຼາຍໆດ້ານເປັນຢ່າງດີ.

     ໃນໂອກາດນີ້ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ໄດ້ໂອ້ລົມ ແລະໃຫ້ກຳລັງໃຈແກ່ບັນດາພະນັກງານເສຍອົງຄະພິເສດ, ພະນັກງານບຳນານໃນທົ່ວສູນ.
ພ້ອມນີ້ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ແລະຄະນະອຳນວຍການໂຮງໝໍ 103 ໄດ້ມອບກະຕ່າດອກໄມ້, ກະ
ຕ່າຂອງຂວັນ ແລະເງິນຈຳນວນໜຶ່ງໃຫ້ສູນເສຍອົງຄະພິເສດ 790 ຂຶ້ນຮັບ ໂດຍແມ່ນ ທ່ານ ໂອ້ຍຄຳ ປານ ດາທອງ ຫົວໜ້າສູນດັ່ງກ່າວເພື່ອນຳໄປຊຸກຍູ້
ເຂົ້າໃນວຽກງານຕ່າງໆຕື່ມອີກ.