ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູນພັດທະນາຜູ້ເສຍອົງຄະ 489 ຈັດຕັ້ງປາຖະກະຖາ
ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອຊາດ ຄົບຮອບ 71 ປີ

     ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະເສຍສະຫຼະ ເພື່ອຊາດຄົບຮອບ 71 ປີ (21/3/1946-21/3/2017) ສູນເສຍອົງຄະ 489 ໄດ້ຈັດຕັ້ງປາ
ຖະກະຖາລະນຶກມູນເຊຶື້ອຂອງວັນດັ່ງກ່າວໃນວັນທີ 21 ມີນາ 2017 ນີ້, ໂດຍການປາຖະກະຖາຂອງ ທ່ານ ພົນຈັດຕະວາ ປອ ຄຳແກ້ວ ສານບຸນຄູນໄຊ
ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງມີການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະ
ຫະພັນນັກຮົບເກົ່າແຫ່ງຊາດລາວ, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ຄຳຊາວ ໄກຊົງ ຮອງເລຂາ
ທິການສະພາແຫ່ງຊາດ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະຮັບຜິດຊອບສູນເສຍອົງຄະ 489, ພະນັກງານ
ບຳນານ, ພະນັກງານເສຍອົງຄະ ແລະແຂກທີ່ຖືກເຊີນຫຼາຍທ່ານເຂົ້າຮ່ວມ.


ພົນຈັດຕະວາ ປອ ຄຳແກ້ວ ສານບຸນຄູນໄຊ ປາຖະກະຖາວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອຊາດ ຄົບຮອບ 71 ປີ

     ທ່ານ ພົນຈັດຕະວາ ປອ ຄຳແກ້ວ ສານບຸນຄູນໄຊ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວສະແດງໃຫ້ເຫັນເຖິງຄວາມໂຫດຮ້າຍ
ສາມານຂອງພວກຮຸກຮານ, ນ້ຳໃຈຕໍ່ສູ້ອັນດັດດ່ຽວ, ນ້ຳໃຈຮັກຊາດອັນສູງສົ່ງຂອງປະຊາຊົນລາວໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ກັບສັດຕູ ຍອມເສຍສະຫຼະຊີວິດ
ເພື່ອຊາດ, ວັນດັ່ງກ່າວເປັນການປຸກລະດົມຂະບວນການຕໍ່ສູ້ກູ້ຊາດຂອງທົ່ວປວງຊົນລາວທັງຂາດ. ໄລຍະແຕ່ປີ 1964 ເຖິງ 1973 ເຖິງແມ່ນວ່າອາເມຣິ
ກາດຳເນີນສົງຄາມພິເສດ ແລະສົງຄາມພິເສດເພີ່ມທະວີປະ ຕິບັດຕາມທິດສະດີຈອນເຊິນ ແລະນິກເຊິນ ພວກເຂົາໄດ້ເປີດບັ້ນຮົບທີ່ດຸເດືອດເຊັ່ນ: ບັ້ນຮົບ
ນ້ຳບາກ, ບັ້ນຮົບກູ້ກຽດ, ທະນົງກຽດ, ບັ້ນຮົບລາມເຊິນ 719 (ເສັ້ນທາງເລກ 9), ບັ້ນຮົບພູກູດຈອມເຫຼັກ, ບັ້ນຮົບທົ່ງໄຫຫີນ, ບັ້ນຮົບເມືອງສຸຍ, ບັ້ນ
ຮົບຜາຖີ, ບັ້ນຮົບພູກຸ່ມບວມຫຼົງ ແລະອື່ນໆ ແຕ່ເໜືອເຖິງໃຕ້ຂອງປະເທດເຮົາ, ແຕ່ລະບັ້ນຮົບເຫຼົ່ານັ້ນລ້ວນແຕ່ເກີດມີຜູ້ເສຍສະຫຼະຊີວິດ, ເສຍອົງຄະຢ່າງ
ຫຼວງຫຼາຍ ພັກເຮົາໄດ້ປະຕິບັດນະໂຍບາຍເປັນຢ່າງດີຕໍ່ຜູ້ເສຍຊີວິດ ແລະຜູ້ເສຍອົງຄະຕະຫຼອດມາເຖິງປັດຈຸບັນ ນອກນີ້ກໍໄດ້ຈັດຕັ້ງໃຫ້ມີສູນເສຍອົງຄະ
ຈຳນວນ 11 ສູນ ແລະໂຮງງານອົງຄະທຽມ 1 ແຫ່ງ, ສູນເສຍອົງຄະແຫ່ງທຳອິດແມ່ນໄດ້ຈັດຕັ້ງຂຶ້ນໃນປີ 1967 ທີ່ເຂດປົດປ່ອຍເມືອງວຽງໄຊ ແຂວງ
ຫົວພັນ ໂດຍໃສ່ຊື່ວ່າກອງເສຍອົງຄະ 18B ເພື່ອເປັນບ່ອນເຕົ້າໂຮມບັນດານັກຮົບເສຍອົງຄະຍ້ອນການສູ້ຮົບ, ຮັບໃຊ້ສູ້ຮົບ ແລະປະຕິບັດໜ້າທີ່ຕາມ
ການມອບໝາຍຂອງການຈັດຕັ້ງຂັ້ນເທິງ. ເຮັດໃຫ້ນັກຮົບເສຍອົງຄະມີຄວາມເພິ່ງພໍໃຈທີ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກລັດຕະຫຼອດມາ, ເຖິງແມ່ນ
ວ່າມີຈຳນວນໜຶ່ງສະໝັກໃຈລົງໄປຢູ່ທ້ອງຖິ່ນຂອງຕົນເອງ ເພື່ອໃຫ້ແທດເໝາະກັບການເຄື່ອນໄຫວດຳລົງຊີວິດຂອງເຂົາເຈົ້າ, ແຕ່ກໍ່ຍັງໄດ້ຮັບການເອົາ
ໃຈໃສ່ເບິ່ງແຍງຈາກການຈັດຕັ້ງອຳນາດການປົກຄອງຂອງທຸກຂັ້ນ.