ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຈັດຕັ້ງເຊື່ອມຊຶມມູນເຊື້ອການນຳພາຂອງພັກ

     ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໄດ້ໝູນວຽນມາບັນຈົບຄົບຮອບ 62 ປີ ວັນທີ 20 ມີນານີ້, ຄະນະພັກໂຮງຮຽນດັ່ງກ່າວໄດ້
ເຕົ້າລວມຄະນະພັກແຕ່ລະຂັ້ນ, ນາຍທະຫານສະມາຊິກພັກທົ່ວໂຮງຮຽນຂອງຕົນເຂົ້າຮ່ວມຮັບຟັງການປາຖະກະຖາ ກ່ຽວກັບບົດບາດມູນເຊື້ອການນຳພາ
ຂອງພັກປະຊາຊົນ ປະຕິວັດລາວ ໂດຍການເປັນປະທານ ແລະປາຖະກະຖາຂອງ ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ, ຫົວໜ້າການທະຫານໂຮງ
ຮຽນດັ່ງກ່າວ.


ພັນເອກ ອິນຫວນ ວໍລະສານ ເປັນປະທານປາຖະກະຖາມູນເຊື້ອການນຳພາຂອງພັກປະຊາຊົນປະຕິວັດລາວ

     ເນື້ອໃນຂອງການປາຖະກະຖາ ພັນເອກ ອິນຫວນ ວໍລະສານ ໄດ້ສັງຮວມໃຫ້ເຫັນເຖິງວິວັດທະນາການ, ສະພາບແວດລ້ອມແຫ່ງການສ້າງຕັ້ງພັກປະ
ຊາຊົນປະຕິວັດລາວໃນເມື່ອກ່ອນ ເຊິ່ງສືບທອດຈາກພັກກອມມູນິດອິນດູຈີນ ແລະພັກແຄວ້ນລາວ ໂດຍແມ່ນປະທານ ໂຮ່ຈີມິງ ເປັນຜູ້ນຳພາ, ພ້ອມນີ້ກ່ໍ
ຍົກໃຫ້ເຫັນທາດແທ້, ມູນເຊື້ອ, ພາລະກຳປະຫວັດສາດຂອງພັກເຮົາໃນການນຳພາຂະບວນການປະຕິວັດລາວ, ກ່ໍຄືຂະບວນການຕໍ່ສູ້ຂອງປະຊາຊົນລາວ
ບັນດາເຜົ່າຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະຄວາມມີອິດສະຫຼະພາບອັນ
ແທ້ຈິງຂອງປະຊາຊົນລາວບັນດາເຜົ່າ ລວມທັງບົດບາດໝາກຜົນການນຳພາຂອງພັກໃນການປະຕິບັດ 2 ໜ້າທີ່ຍຸດທະສາດຕະຫຼອດໄລຍະຜ່ານມາ ໂດຍ
ສະເພາະແມ່ນພາຍຫຼັງພັກໄດ້ກຳນົດແນວທາງປ່ຽນແປງໃໝ່ຢ່າງມີຫຼັກການມານີ້ ໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໄດ້ມີການຂະ
ຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງຍົກສູງຂຶ້ນເປັນ
ກ້າວໆ, ບົດບາດຂອງພັກ ແລະຂອງປະເທດເຮົາໄດ້ຮັບການເຊີດຊູນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.

     ໂອກາດນີ້ ພັນເອກ ອິນຫວນ ວໍລະສານ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນນາຍທະຫານ, ສະມາຊິກພັກທົ່ວໂຮງຮຽນຈົ່ງພ້ອມກັນຕັ້ງໜ້າຄົ້ນ
ຄວ້າເຊື່ອມຊຶມທາດແທ້ມູນເຊື້ອການນຳພາຂອງພັກ, ໝູນໃຊ້ເຂົ້າ ໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກຜູ້ດີເດັ່ນຂອງພັກ, ສ້າງໃຫ້ໄດ້
ກຳລັງແຮງສູ້ຮົບຂອງພັກໃນເງື່ອນໄຂພັກເຮົາກຳອຳນາດ ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ອຸດົມການ ແລະຈຸດໝາຍທີ່ພັກເຮົາວາງໄວ້ ໃຫ້ເປັນຮູບປະທຳ
ຕົວຈິງ.