ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາ
ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ

     ຕອບຮັບຕາມການເຊີນຂອງກົມໃຫຍ່ພະລາທິການ-ເຕັກນິກ ກຳລັງປະກອບອາວຸດສະຫະພັນຣັດເຊຍ, ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບ
ປະຊາຊົນລາວ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ
ແລະເຮັດວຽກຢູ່ສະຫະພັນຣັດເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 12-18 ມີນາ 2017 ນີ້, ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະພົບປະແລກປ່ຽນ
ບົດຮຽນລະຫວ່າງຄະນະຜູ້ແທນສອງຝ່າຍ ເຊິ່ງຝ່າຍຣັດເຊຍນຳໂດຍ ທ່ານ ພົນຈັດຕະວາ ກະເຣຈູກິນ ນິໂກລາຍ ຮອງຫົວໜ້າກົມໃຫຍ່ ຮັບປະກັນດ້ານ
ພະລາທິການ-ເຕັກນິກກຳລັງປະກອບອາວຸດ ແຫ່ງສະຫະພັນຣັດເຊຍ ພ້ອມຄະນະ.


ພັນເອກ ສຸລິວັນ ແສງຈັນ ເປັນປະທານພິທີປະຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ

     ໂອກາດນີ້, ກໍ່ໄດ້ເຊື່ອມຊຶມເອກະສານແຈ້ງການກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາຂັ້ນອົງການ, ວິທະຍາຄານ, ກົມກອງ-ທ້ອງຖິ່ນ,
ໂຮງຮຽນ, ໂຮງໝໍ ແລະຫົວໜ່ວຍທຸລະກິດໃນທົ່ວກອງທັບປະຊາຊົນລາວ; ການຈັດຕັ້ງໂຄສະນາປາຖະກະຖາບັນດາວັນປະຫວັດສາດສຳຄັນຂອງຊາດ, ຂອງ
ພັກ, ກອງທັບ ແລະສາກົນ ປະຈຳໄຕມາດ II ໃນປີ 2017, ຂໍ້ກຳນົດກົດລະບຽບກ່ຽວກັບວຽກງານປະກັນສັງຄົມ.


ພັນເອກ ສຸລິວັນ ແສງຈັນ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ

     ພັນເອກ ສຸລິວັນ ແສງຈັນ ໄດ້ເລົ່າຄືນເຫດການປະຫວັດສາດການນຳພາຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນການກຳເນີດພັກປະຊາຊົນປະ
ຕິວັດລາວໃນແຕ່ລະໄລຍະຜ່ານມາ ເຫັນໄດ້ເຖິງມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມູນເຊື້ອໃນການປົກປັກຮັກສາ ແລະສ້າງ
ສາພັດທະນທປະເທດຊາດ, ຜົນສຳເລັດແຫ່ງການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ
ກໍໄດ້ປະເຊີນໜ້າກັບພວກລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິການ ພັກເຮົາໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອຊີ້ນຳນຳພາປວງຊົນລາວ
ທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດເຕັມໄປດ້ວຍຄວາມເສຍສະຫຼະ ກ້າວໄປເຖິງການປົດ
ປ່ອຍປະເທດຊາດຢ່າງສົມບູນໃນປີ 1975 ແລະພັດທະນາສ້າງສາຢ່າງມີໜາກມີຜົນເປັນແຕ່ລະໄລຍະປະຫວັດສາດ ນັບແຕ່ການຕໍ່ສູ້ປົດປ່ອຍຊາດ, ໄລຍະ
ປົກປັກຮັກສາ ແລະສ້າງສາປະເທດຊາດ, ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່. ຕະຫຼອດ 62 ປີຜ່ານມາ ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່
ຊີ້ນຳນຳພາກອງທັບເຮົາດ້ວຍຄວາມເດັດດ່ຽວ, ສະຫຼຽວສະຫຼາດ, ສ່ອງໃສ, ສ້າງກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ.