ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໃນປີ 2020


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 25-26 ມັງກອນ 2021 ນີ້, ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານເຮັດ
ໃຫ້ສະພາບມີຄວາມສະຫງົບ ໃນຂອບເຂດທົ່ວປະເທດ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປີ 2021, ໂດຍການເປັນປະທານຂອງ ສະຫາຍ ພົນ
ໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະ
ບັນຊາ, ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນຂອບເຂດທົ່ວ ປະເທດເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄໍາ ຫົວໜ້າ ກົມສູ້ຮົບໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ເຮັດໃຫ້ສະພາບມີຄວາມສະ
ຫງົບ ປີ 2020 ໃນຂອບເຂດທົ່ວປະເທດຜ່ານມາ ແລະ ທິດທາງແຜນການ ປີ 2021 ເຊິ່ງໄດ້ຍົກໃຫ້ເຫັນສະພາບການໃນປີຜ່ານມາ ບັນດາກົມກອງກໍາລັງ
ຫຼວງ-ກໍາລັງ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໄດ້ຕັ້ງໜ້າສຸມໃສ່ຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບ ມີຄວາມສະຫງົບສຸມໃສ່ແກ້ໄຂບັນຫາເປົ້າໝາຍ
ໜໍ່ແໜງຄວາມບໍ່ສະຫງົບ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມຢູ່ທ້ອງຖິ່ນຂອງຕົນຢ່າງແຂງແຮງ ສາມາດສະກັດກັ້ນ-ທັບມ້າງ-ເລີກຮື້ບັນດາກົນອຸບາຍ
ລ່ຽມລາຍຂອງຄົນບໍ່ດີຢູ່ພາຍໃນ ແລະ ຕ່າງປະເທດຢູ່ໃນຂອບເຂດທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບ
ຮ້ອຍ, ບັນຫາທີ່ພົ້ນເດັ່ນ ແມ່ນສາມາດເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ມີຄວາມສະຫງົບ
ປອດໄພ 100%, ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ປະສານສົມທົບກັບ ກົມກໍ່ສ້າງຮາກຖານການເມືອງ ແລະ ຊີ້ນໍາບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ
ໃນຂອບເຂດທົ່ວປະເທດ ໂດຍຈັດຕັ້ງເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງມີຈຸດສຸມ ໃນນັ້ນໄດ້ສຸມໃສ່ຊຸກຍູ້
19 ກອງປະຕິບັດງານຂອງ ກະຊວງປ້ອງກັນປະເທດ ກວມເອົາ 15 ແຂວງ 16 ເມືອງ 28 ຈຸດສຸມ 210 ບ້ານ, ເພື່ອນໍາເອົາແນວທາງນະໂຍບາຍຂອງພັກ,
ກົດໝາຍຂອງລັດຫັນເປັນແຜນການອັນລະອຽດ ລົງເຊື່ອມຊືມເຜີຍໃຫ້ອໍານາດການປົກຄອງພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຮູ້ທາງດ້ານແນວຄິດການ
ເມືອງ ໜັກແໜ້ນເຂັ້ມແຂງ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປຸກລະດົມພໍ່ແມ່ປະຊາຊົນ ໃຫ້ມີຄວາມສາມັກຄີປອງດອງແໜ້ນແຟ້ນນໍາພາ ປະ
ຊາຊົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊ່ວຍເຫຼືອປະຊາຊົນ ພັດທະນາພື້ນຖານເສດຖະກິດ-ສັງຄົມ ແກ້ໄຂຊີວິດການ
ເປັນຢູ່ ໃຫ້ມີທ່ວງທ່າດີຂື້ນກວ່າເກົ່າ, ພ້ອມທັງກໍາແໜ້ນສະພາບຮອບດ້ານຂອງປະຊາຊົນ, ຄຸ້ມຄອງເປົ້າໝາຍຄົນບໍ່ດີເອົາໃຈໃສ່ ໂຄສະນາສືກສາອົບຮົມແກ້
ໄຂປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ເຂົາເຈົ້າດໍາລົງຊີວິດຖືກຕ້ອງຕາມລະບຽບກົດໝາຍ ແລະ ເອົາໃຈໃສ່ປັບປຸງອໍານາດການປົກຄອງ-ກອງຫຼອນ ໃຫ້ມີຄຸນ
ນະພາບສາມາດນໍາພາປະຊາຊົນພັດທະນາທ້ອງຖິ່ນຕົນເອງ ແລະ ສຶກສາອົບຮົມລຶບລ້າງແນວຄິດຄອງຄອຍຫຼ້າຫຼັງ-ຄອງເດີມ, ນອກນີ້ຍັງໄດ້ຈັດຕັ້ງກໍາລັງ
ປ້ອງກັນສໍານັກງານ-ອົງການ, ກອງປະຊຸມ, ສາງຄັງ, ຄ້າຍຄູ, ເສັ້ນທາງຍຸດທະສາດ, ປ້ອງກັນຜູ້ແທນ, ແຂກພາຍໃນ ແລະ ຕ່າງປະເທດ, ບັນດາໂຄງການຂອງ
ລັດ-ເອກະຊົນ ແລະ ວັນບຸນສໍາຄັນຕ່າງໆ-ງານປະເພນີຂອງຊາດ ໄດ້ມີຄວາມສະຫງົບໂດຍພື້ນຖານ.

     ຈາກນັ້ນຜູ້ແທນກອງປະຊຸມ ກໍໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາລາຍງານ, ສະພາບການທີ່
ພົ້ນເດັ່ນໃນຂົງເຂດຄວາມຮັບຜິດຊອບຂອງຕົນ, ຍົກໃຫ້ເຫັນດ້ານຕັ້ງໜ້າ, ສາເຫດດ້ານດີ-ດ້ານຄົງຄ້າງ ເພື່ອພ້ອມກັນແລກປ່ຽນບົດຮຽນ ແລະ ຫາວິທີທາງ
ແກ້ໄຂຕໍ່ໜ້າ ເຮັດໃຫ້ຂົງເຂດກົມກອງຕັ້ງທັບ ຢູ່ໃຫ້ສະພາບມີຄວາມສະຫງົບຢ່າງໜັກແໜ້ນ.