ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ເດີນທາງມາຮ່ວມ
ງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຄົບຮອບ 70 ປີ


     ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ, ສະຫາຍ ພົນເອກ ໂງ ຊວນ ລິກ, ກຳມະການກົມການເມືອງສູນກາງ ພັກຄອມມູນິດ ຫວຽດນາມ, ຮອງເລຂາ ຄະນະພັກການທະຫານສູນກາງ, ລັດຖະມົນຕີ ກະຊວງ
ປ້ອງ ກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຮ່ວມງານສະເຫຼີມສະຫຼອງ ວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ປະຕິບັດ
ໜ້າທີ່ສາກົນຊ່ວຍ ເຫຼືອລາວ ຄົບຮອບ 70 ປີ, ຄະນະໄດ້ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ໃນວັນທີ 25 ທັນວາ ນີ້, ທີ່ສະໜາມບິນສາກົນວັດໄຕ ຄະນະຜູ້ແທນຂັ້ນ
ສູງດັ່ງກ່າວ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

     ການເດີນທາງມາຢ້ຽມຢາມ ລາວ ໃນຄັ້ງນີ້ຈຸດປະສົງຫຼັກແມ່ນເພື່ອເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດ
ນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອ ລາວ ຄົບຮອບ 70 ປີ, ເຊິ່ງຈະຈັດຂຶ້ນທີ່ ນະຄອນຫຼວງ ວຽງຈັນ, ໃນວັນທີ 26 ທັນວາ ນີ້, ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມ
ດີຂອງກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ປະຕິບັດໜ້າທີ່ສາກົນ ຊ່ວຍເຫຼືອ ລາວ ໃນປາງສົງຄາມ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະ
ຕິວັດ ລາວ ທັງສັນລະເສີນເຖິງນຳ້ໃຈສາກົນກຳມະຊີບອັນຜຸດຜ່ອງ ແລະ ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື
ຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ສວຍສົດງົດງາມ ຕະຫຼອດການ.