ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນ
ສະແດງມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ

     ຄະນະສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນ, ສະແດງມິດຕະພາບໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ຢູ່ທ່ີຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນ ໃນວັນທີ 24 ທັນວາ 2018 ນີ້, ໂດຍເປັນກຽດເຂົ້າຮ່ວມຮັບຊົມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳ
ມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ
ທ່ຽວ, ສະຫາຍ ພັນເອກ ພິເສດ ເຊີນຕານ ຮອງຫົວໜ້າກອງສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນ, ມີການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ,
ບັນດາທູດຕ່າງປະເທດປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ-ອົງການ ແລະ ພະນັກງານທະຫານຕຳຫຼວດ, ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຮັບຊົມ.


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຮັບຊົມຄະນະສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນ
ສະແດງມິດຕະພາບເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ

     ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫລັບແສງ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານຊາວນະຄອນ
ຫຼວງວຽງຈັນ ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ແລະ ຊົມການສະແດງຂອງຄະນະສິລະປະສູນກາງກອງທັບປົດປ່ອຍປະຊາຊົນຈີນ
ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບຄວາມສາມັກຄີຮັກແພງອັນເປັນມູນເຊື້ອມາສູ່ກອງທັບ ແລະ ປະຊາຊົນລາວ ໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວ
ບັນດາເຜົ່າພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຢ່າງເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ. ການ
ເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການ
ສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງກວ້າງຂວາງໃຫ້ແກ່ພະນັກງານ-ນັກຮົບໃນກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອປະກອບສ່ວນເຂົ້າ
ໃນການແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຢ່າງເລິກເຊິ່ງ ແລະ ມີຄວາມໝາຍ.

     ການສະແດງມິດຕະພາບຂອງຄະນະສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນຄັ້ງນີ້ ຍັງເປັນການແລກປ່ຽນບົດຮຽນທາງດ້ານສິລະປະວັດທະນະທຳ ແລະ
ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ລາຍການສະແດງຂອງຄະນະສິລະ
ປະກອນກອງທັບປົດປ່ອຍປະຊາຊົນຈີນຄັ້ງນີ້ ແມ່ນປະກອບມີ 13 ລາຍການສະແດງສຳຄັນທີ່ສ່ອງແສງເຖິງຮີດຄອງປະເພນີວັດທະນະທຳດ້ານສຽງເພງປະກອບບົດຟ້ອນທີ່
ງົດງາມ ແລະ ສະແດງເຖິງສາຍພົວພັນມິດຕະພາບທີ່ດີງາມລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ.