ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງ ທ່ານ ພົນຕີ ດຣ ທອງລອຍ ສີວິວົງ ເປັນຮອງເລຂາຄະນະພັກກະຊວງ,
ຮອງລັດຖະມົນຕີ ກປທ ຫົວໜ້າກົມໃຫຍ່ການເມືອງກອງທັບ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດແຕ່ງຕັ້ງ ທ່ານ ພົນຕີ ດຣ ທອງລອຍ ສີລິວົງ ຮອງເລຂາຄະນະພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບຜູ້ໃໝ

     ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ພົນຕີ ດຣ ທອງລອຍ ສີລິວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບຜູ້ໃໝ່ ແລະ ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມໃຫຍ່ການເມືອງກອງທັບຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ໃນວັນທີ 25 ທັນວາ 2018 ນີ້, ໂດຍການເປັນ
ປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາຄະນະນຳກະຊວງ, ບັນດາກົມ
ໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ ແລະ ກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

     ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກສະບັບ
ເລກທີ 053/ກມສພ, ລົງວັນທີ 23 ພະຈິກ 2018 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທ່ີໃໝ່ ໂດຍຍົກຍ້າຍ ທ່ານ ພົນຕີ ດຣ ທອງລອຍ ສີລິວົງ
ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ສະບັບເລກ
ທີ 143/ຄລສພ ລົງວັນທີ 23 ພະຈິກ 2018 ວ່າດ້ວຍການແຕ່ງຕ້ັງ ທ່ານ ພົນຕີ ດຣ ທອງລອຍ ສີລິວົງ ກຳມະການສູນກາງພັກ ເປັນຮອງເລຂາຄະນະພັກກະຊວງປ້ອງກັນ
ປະເທດ ໂດຍອີງຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ ລົງວັນທີ 23 ພະຈິກ 2018 ວ່າດ້ວຍການຍົກຍ້າຍພະນັກງານຮັບໜ້າທີ່ໃໝ່ ແລະ ດຳ
ລັດຂອງນາຍົກລັດຖະມົນຕີເລກທີ 353/ນຍ ລົງວັນທີ 23 ພະຈິກ 2018 ວ່າດ້ວຍການແຕ່ງຕ້ັງ ທ່ານ ພົນຕີ ດຣ ທອງລອຍ ສີລິວົງ ເປັນຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ທັງເປັນຫົວໜ້າກົມໃຫຍ່ການເມືອງກອງທັບ.

     ຈາກນັ້ນ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ກ່ຽວກັບພາລະ
ບົດບາດ, ໜ້າທີ່ຂອງກົມໃຫຍ່ການເມືອງກອງທັບ ແລະ ແຈ້ງສະພາບການເຄື່ອນໄຫວຊີ້ນຳ-ນຳພາຕະຫຼອດໄລຍະຜ່ານມາ ເຊິ່ງກົມໃຫຍ່ການເມືອງກອງທັບໄດ້ເຮັດສຳເລັດ
ໜ້າທີ່ໃນການເປັນເສນາທິການໃຫ້ກົມການເມືອງສູນກາງພັກດ້ານວຽກງານພັກ-ວຽກງານການເມືອງດ້ວຍດີຕະຫຼອດມາ.

     ຈາກນັ້ນ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການເມືອງກອງທັບຜູ້ເກົ່າ ແລະ ທ່ານ
ພົນຕີ ດຣ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບ
ໜ້າທີ່ຢ່າງເປັນທາງການ.

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເປັນກຽດໂອ້ລົມຕໍ່ພິທີ ໂດຍທ່ານໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີ
ງາມຂອງຕົນສຸມທຸກເຫື່ອແຮງສະຕິປັນຍາຂອງຕົນເຂົ້າໃນການປັບປຸງກໍ່ສ້າງກອງທັບ ກໍຄືປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.